ຕິດຟີມກອງແສງ - AUTO ONE BILLION

ຕິດຟີມກອງແສງ

     ການຕິດຟີມກອງແສງນັ້ນທຸກຄົນອາດຈະຮູ້ດີແລ້ວວ່າ ມັນສາມາດກັນຄວາມຮ້ອນເວລາລົດຈອດຢູ່ໃນກາງແຈ້ງແບບບໍ່ມີສິ່ງທີ່ກຳບັງ ເຊິ່ງການຕິດຟີມກອງແສງນັ້ນກໍ່ຈະມີປະໂຫຍດຫລາຍຂໍ້ ຕໍ່ເຮົາເອງ ແລະ ຕໍ່ຕົວລົດຍົນຂອງເຮົາເອງ ເຊິ່ງຟີມກອງແສງນັ້ນກໍ່ມີຫລາຍແບບຫລາຍຍີ່ຫໍ້ ຄຸນສົມບັດກໍ່ຈະແຕກຕ່າງກັນໄປໃນແຕ່ລະຫລຸ້ນ ເຊິ່ງມື້ນີ້ເຮົາຊິມາແນະນຳ ປະໂຫຍດຂອງຟີມກອງແສງ ແລະ ແນະນຳຍີ່ຫໍ່ຂອງຟີມກອງແສງກັນ

 

 

                                

 

ປະໂຫຍດຂອງຟີມກອງແສງ   

  • ສາມາດກັນແສງແດດ, ລົດອຸນຫະພູມ ແລະ ກັນແສງ ຢູວີ
  • ປ້ອງກັນກະຈົກແຕກກະຈາຍມາຫາເຮົາເວລາລົດເກີດອຸບັດຕິເຫດ
  • ເພີ່ມຄວາມສວຍງາມ ແລະ ຄວາມເປັນສ່ວນຕົວຫລາຍຂື້ນ
  • ປ້ອງກັນ ແລະ ຍຶດອາຍຸການໃຊ້ງານຂອງອຸປະກອນພາຍໃນລົດ
  • ປະຢັດນ້ຳມັນເຕີມກັນ ຊ່ວຍລົດຄ່າໃຊ້ຈ່າຍອີກທາງຫນື່ງ

 ເຮົາຂໍແນະນຳຟີມ V-KOOL  

 ຟີມ V-KOOL ເປັນຟີມຊະນິດດຽວທີ່ສະທ້ອນຄວາມຮ້ອນໄດ້ແທ້ໂດຍບໍ່ດູດຊັບຄວາມຮ້ອນຈາກແສງອາທິດ. ຄິດຄົ້ນໂດຍການພັດທະນາເພື່ອໃຊ້ສຳລັບຍານອາວະກາດ ແລະ ເຄື່ອງບິນ ຟີມ V-KOOL ເປັນຟີມຊະນິດພິເສດທີ່ສາມາດກອງລັງສີຈາກດວງອາທິດ ແລະ ສະທ້ອນຄວາມຮ້ອນໄດ້ດີທີ່ສຸດໃນໂລກ XIR ເທັກໂນໂລຍີ້ຂອງຟີມV-KOOLໄດ້ເຮັດການເຄື້ອບຊັ້ນໂລຫະມີຄ່າເຊັ່ນ: ເງິນ,ທອງຄຳ ແລະ ອິດິອ໋ອກຊ່າຍ(ສູງສຸດ 9 ຊັ້ນ) ລົງເທິງແຜ່ນໂພລີ້ເອສເຕີ້ຄຸນນະພາບສູງ.                                                                   

ເປັນຫຍັງຕ້ອງຕິດຟີມ V-KOOL

  • ເປັນຟີມທີ່ສາມາດກັນຄວາມຮ້ອນໄດ້ເຖິງ 98% ກັນແສງ UVໄດ້98% ໃຫ້ຄ່າ SPF325+
  • ຜະລິດໂດຍມີສ່ວນປະກອບຂອງເງິນ ແລະ ທອງຄຳແທ້(ສູງສຸດ 9ຊັ້ນ)ຢູ່ເທິງຊັ້ນຟີມ ເຮັດໃຫ້ມີປະສິດທິພາບໃນການສະທ້ອນແສງແດດໄດ້ດີທີ່ສຸດ
  • ຮັບປະກັນສູງສຸດ 10 ປີ ຈາກບໍລິສັດ V-KOOL ໂດຍກົງ
  • ຊ່ວຍປະຢັດນ້ຳມັນໄດ້ເຖິງ 3% ຫລຸດຄ່າ CO2 132kg
  • ເປັນສິນຄ້າສາກົນທີ່ຮູ້ຈັກ ແລະ ນຳໃຊ້ຫລາຍກວ່າ 30 ປະເທດທົ່ວໂລກ
  • ເປັນຟີມຊັ້ນນຳຈາກ USA

 

 ປຽບທຽບລະຫວ່າງບໍ່ມີຟີມ V-KOOL ກັບ ມີV-KOOL ດ້ວຍກ້ອງອິນຟຣາເຣດ ວັດອຸນຫະພູມຄວາມຮ້ອນ

 

      ບໍ່ມີຟີມ V-KOOL    ມີຟີມV-KOOL

   ເຊິ່ງຟີມ V-KOOL ນີ້ມີທັງຫມົດ 3 ຫຼຸ້ນ ເຊັ່ນ: VK SERIES, X SERIES ແລະ OSERIES ເຊິ່ງຄວາມສາມາດແລະ ຄ່າການປ້ອງກັນແມ່ນແຕກຕ່າງກັນໄປ ເຊິ່ງສາມາດເບິ່ງຄ່າຂອງແຕ່ລະຫຼຸ້ນໄດ້ລຸ່ມນີ້

        ເຂົ້າເບິ່ງລາຍລະອຽດຂອງ V-KOOL >

 

  
 

 

 
 


31 October 2020

Viewed 1340 times

Engine by shopup.com