ເຄາະຕົວຖັງ - AUTO ONE BILLION

 
ການເຄາະຕົວຖັງ

  ການເຄາະຕົວຖັງຂອງສູນພວກເຮົາແມ່ນ ມີພະນັກງານໃນພະແນກເຄາະ5ຄົນ ເຊິ່ງແຕ່ລະຄົນກໍ່ມີແຕ່ຄົນທີ່ມີສີມືດີແລະຄວາມສາມາດທີ່ແຕກຕ່າງກັນໄປ ແຕ່ທີ່ແນ່ໆແລ້ວນາຍຊ່າງຈັນເຕົ້າທີ່ເປັນຫົວຫນ້າໃນພະແນກເຄາະເຊິ່ງເພິ່ນມີຄວາມສາມາດໃນຫລາຍດ້ານ ບໍ່ວ່າຈະເປັນການເຄາະຕົວຖັງ,ການຈອດ ແລະ ການດຶງແມ່ນມີຄວາມຊຳນານພໍໂຕ ເພາະວ່ານາຍຊ່າງຈັນເຕົ້ານີ້ມີປະສົບການມາກວ່າຊາວກວ່າປີແລ້ວ ສະນັ້ນການແກ້ໄຂໃນຫນ້າວຽກ ນັ້ນຈຶ່ງໃຊ້ປະສົບການແລະຄວາມສາມາດທີ່ຕົນເອງມີນັ້ນມາທຸ່ມແທ້ແກ່ຫນ້າທີ່ ທີ່ຫົວຫນ້າເຕັກນິກໄດ້ມອບຫມາຍໃຫ້ 

      ນອກຈາກນີ້ຍັງມີສະມາຊິກພາຍໃນພະແນກທີ່ມີສີມືດີຫລາຍຄົນ ບໍ່ວ່າຈະເປັນ ນາຍຊ່າງລ້ານ,ນາຍຊ່າງທອງວັນ,ນາຍຊ່າງເກ ເປັນຕົ້ນຖືວ່າແຕ່ລະນາຍຊ່າງແຕ່ລະຄົນກໍ່ມີຄວາມສາມາດທີ່ແຕກຕ່າງກັນໄປ

images
images
 
ການເຄາະທີ່ໄດ້ມາດຕະຖານແລະຮູບຊົງຂອງລົດ

          ສຳລັບການເຄາະຂອງພວກເຮົາແມ່ນນຳໃຊ້ຄ້ອນ ແລະ ເຫລັກຮອງຮັບ ເພື່ອຊ່ວຍໃຫ້ໃນການເຄາະຂື້ນຮູບຮູບຕົວຖັງລົດຍົນໄດ້ດີຂື້ນສິ່ງທີ່ສຳຄັນນັ້ນກໍ່ຄືການເລືອກຂະຫນາດຂອງຄ້ອນແລະເຫລັກຮອງຮັບໃຫ້ເຫມາະສົມກັບງານນັ້ນໆ

            ສະນັ້ນການມີເຄື່ອງມີຄົບຄັບ ແລະ ນາຍຊ່າງທີ່ມີສີມືດີການເຄາະຈຶ່ງເປັນເລື່ອງງ່າຍ ສຳລັບນາຍຊ່າງຂອງພວກເຮົາ ທີ່ຈະສາມາດເຄາະຕົວຖັງໄດ້ຢ່າງມີປະສິດທິພາບ ແລະມາດຕະຖານຕາມທີ່ຮູບຊົງເດີມມາຈາກໂຮງງານຢ່າງແນ່ນອນ

 
ເກີດອຸບັດຕິເຫດຫນັກກັບ
ມາເປັນແບບເກົ່າໄດ້

     ການເກີດອຸບັດຕິເຫດແມ່ນສາມາດເກີດຂື້ນໄດ້ທຸກເມື່ອຖ້າເຮົາບໍ່ມີສະຕິໃນການຂັບລົດ  ເມື່ອເກີດອຸບັດຕິເຫດຂື້ນມາມັນຈຶ່ງເຮັດໃຫ້ຊັບສິນຂອງເຮົາເສຍຫາຍ ເຮົາກໍ່ຕ້ອງແປງ ຄ່າໃຊ້ຈ່າຍໃນການສ້ອມແປງອາດຈະແພງ ບາງທີອາດບໍ່ໄດ້ລົດມາໃນຮູບແບບເດີມຊ້ຳ ສະນັ້ນ ເຮົາຂໍແນະນຳເລີຍ ສູນສ້ອມແປງລົດຄົບວົງຈອນ ໂອໂຕວັນບິວລ່ຽນ ມາບ່ອນດຽວຈົບ ທັງຊ່ວງລ່າງ ເຄາະ ແລະ ພົ່ນສີ ທັງນີ້ລາຄາກໍ່ສຸດຖືກເປັນກັນເອງ ແລະ ທີ່ສຳຄັນລົດຂອງທ່ານກໍ່ຈະໄດ້ລົດສຸດທີ່ຮັກຂອງທ່ານກັບມາເປັນແບບເດີມ ມາດຕະຖານສຸດໆ

 
images


22 October 2020

Viewed 2076 times

Engine by shopup.com