ລະບົບແອ- AUTO ONE BILLION

 
ລະບົບແອ
AUTO ONE BILLION

  ລະບົບແອຂອງສູນສ້ອມແປງລົດ ຂອງພວກເຮົາກໍ່ເປັນພະແນກຫນຶ່ງທີ່ຮັບຫນ້າທີ່ດ້ວຍສອງນາຍຊ່າງມືເອກຂອງສູນສ້ອມແປງລົດພວກເຮົານັ້ນກໍ່ຄື ນາຍຊ່າງທອງຄູນ ແລະ ນາຍຊ່າງຢາງຟີ ທີ່ມີຄວາມເກັ່ງກາດໃນດ້ານແອໂດຍສະເພາະ ເຊິ່ງຫມັ້ນໃຈໄດ້ເລີຍວ່າ:

      ຮັບປະກັນເລື່ອງຄຸນນະພາບ

      ຮັບປະກັນເລື່ອງຄວາມເຢັນແບບຈີ໊ດຈ໊າດ

      ວ່ອງໄວທັນໃຈລູກຄ້າແນ່ນອນພຽງອະນຸມັດ

      ມີຄວາມສະອາດ ແລະ ວິຖີວິຖັນທຸກຂັ້ນຕອນ

 
 
 
 
 
 
 
 
 
images

ການຕື່ມນ້ຳຢາແອ

    ສຳລັບການຕື່ມນ້ຳຢາແອ ໃນສູນສ້ອມແປງລົດພວກເຮົາ ກໍຈະໃຊ້ເຄື່ອງມືໃນການເຊັກກ່ອນວ່າມີນ້ຳຢາຫລືບໍ່ ເຊັກວ່າມີບ່ອນທີ່ນ້ຳຢາແອຮົ່ວບໍ່ ກ່ອນທີ່ຈະຕື່ມນ້ຳຢາແອທຸກຄັ້ງ ເຮົາຈະຕ້ອງໄດ້ດູລົມທີ່ຢູ່ໃນລະບົແອອອກຫມົດສາກ່ອນ ເພື່ອໃຫ້ນ້ຳຢາແຊບໍ່ປົນກັບລົມທາງໃນ ເພື່ອໃຫ້ແອມີຄວາມເຢັນ ແລະ ມີປະສິດທິພາບຫລາຍຂື້ນ ແລ້ວຄ່ອຍຕື່ມນ້ຳຢາແອຕາມແອເບີທີ່ລົດແນະນຳມາ ເຊິ່ງລົດສ່ວນຫລາຍກໍ່ຈະໃຊ້ນ້ຳຢາ R 134a, R410a ເປັນສ່ວນໃຫຍ່

 
 
images
 
ການລ້າງລະບົບແອ

 ການລ້າງລະບົບແອລົດຍົນເປັນສິ່ງສໍຳຄັນ ແລະ ຄວນເຮັດເປັນປະຈຳເພື່ອປ້ອງກັນສິ່ງສົກກະປົກທີ່ອາດເຮັດໃຫ້ລະແອບໍ່ເຢັນ ເຮັດວຽກຜິດປົກກະຕິ ແລະ ຖ້າມັນເປື້ອນຫລາຍ ຂັ້ນຮ້າຍແຮງອາດເຮັດໃຫ້ຄອມແອລ໋ອກໄດ້ ເຊິ່ງທາງສູນເຮົາກໍ່ຈະເນັ້ນຄຸນນະພາບເປັນຫລັກເຊັ່ນ:

      ການນໍຳທໍ່ແອອອກມາອານາໄມ

      ລ້າງລະບົບແອດ້ວຍນ້ຳຢາທີ່ມີຄຸນນະພາບເຊັ່ນນ້ຳຢາ F11

      ການມ້າງສິ້ນສ່ວນຂອງລະບົບແອທຸກສ່ວນເທື່ອຄວາມສະອາດທີ່ທົ່ວເທິງ

      ມີການລະມັດລະວັງບໍ່ໃຫ້ແຜ່ງຮ້ອນ,ແຜ່ງເຢັນ ແລະ ທໍ່ແອຮົ່ວ

 
 
 
 
 
 
images


06 November 2020

Viewed 1876 times

Engine by shopup.com