ໂປ້ສີ ຂັດສີໂປ - AUTO ONE BILLION

ການໂປ້ສີ

  ການໂປ້ສີ ເພື່ອເກັບຮອຍກກະດາດຊາຍໃຫ້ລະອຽດເກັບຮອຍຕາມົດ ເພື່ອໃຫ້ລຽບສະຫມໍ່າສະເຫມີກັນ ແລະ ໃຫ້ຢູ່ໃນລະດັບດຽວກັບພື້ນເດີມຂອງຕົວຖັງນັ້ນເອງ ເຊິ່ງການເລືອກສີໂປ້ໃນການໂປ້ສີລົດກໍເປັນຈຸດສຳຄັນ ໃນການເລືອກໃຊ້ແຕ່ລະຫນ້າວຽກ ເຊິ່ງສີໂປ້ມີຢູ່2ປະເພດເຊັ່ນ:ສີໂປ້ແດງ ແລະ ສີໂປ້ເຫຼືອງ ເຊິ່ງຫນ້າທີ່ ແລະ ຄວາມສາມາດກໍ່ຈະແຕກຕ່າງກັນໄປ

  • ສີໂປ້ແດງ: ໄວ້ໃຊ້ໃນການໂປ້ສ່ວນຂອງລົດທີ່ເປັນເຫຼັກ ເຊິ່ງມີຄຸນສົມບັດໃນການເກາະຍຶດເຫຼັກໄດ້ດີ
  • ສີໂປ້ເຫຼືອງ: ໃຊ້ທົ່ວໄປແຕ່ບໍ່ສາມາດເກາະຍຶດເຫລັກໄດ້ດີເທົ່າສີແດງ ເຊິ່ງເມື່ອເອົາສີແງດໂປ້ເຫລັກແລ້ວກໍ່ເອົາສີເຫລືອງນີ້ໂປ້ປົກໄປນັ້ນເອງ                        

    ເຊິ່ງສີໂປ້ທີ່ເຮົາໃຊ້ແມ່ນ ສີ BBP Ployester Putty ປະສົມກັບນ້ຳຢາສີໂປ້ Hardener bicben ເພື່ອໃຫ້ສີໂປ້ແຫ້ງແລະແຂງໂຕໄວນັ້ນເອງ

  ການຂັດສີໂປ້ຂອງສູນສ້ອມແປງລົດຄົບວົງຈອນຂອງພວກເຮົາແມ່ນຂັດດ້ວຍມື ແລະ ເຄື່ອງຈັກຂັດ ການຂັດດ້ວຍມືຈະແນ່ນອນກວ່າການຂັດດ້ວຍຈັກ ສ່ວນການຂັດດ້ວຍຈັກ ແມ່ນໃຊ້ໃນຍາມທີ່ສີໂປ້ນັ້ນຫນາເກີນ ເຊິ່ງການຂັດສີໂປ້ນີເພື່ອໃຫ້ພື້ນຜິວນັ້ນມີຄວາມລຽບງາມແລະ ບໍ່ໃຫ້ມັນມີຮອຍ ມີຄວາມສະຫມໍ່າສະເຫມີພຽງກັບຫນ້າໂຕເກົ່ານັ້ນເອງ

 
 
 
 


27 October 2020

Viewed 650 times

Engine by shopup.com