ການຂັດສີ - AUTO ONE BILLION

ການຂັດສີ

    ການຂັດສີລົດຍົນ ຂັດເພື່ອໃຫ້ສີລົດມັນບໍ່ຊາ ໃຫ້ມັນມີຄວາມເງົາງາມ,ໝື່ນ ແລະ ຫຼ້ຽມ ຄືສີລົດອອກຈາກຫ້າງມາໃຫມ່ໆ ຫຼືເອີ້ນອີກຢ່າງຫນຶ່ງວ່າ ການຂັດສີລົດຍົນ ກໍ່ຄືການຟື້ນຟູສະພາບພື້ນຜິວສີລົດ ໂດຍຈະເຮັດການຂັດໃນລະດັບຊັ້ນແລັກເກີ້ທີ່ຫມອງ ຮອຍຂົນແມວຕ່າງໆ ເຊິ່ງການຂັດສີນີ້ເຫມາະສົມສຳລັບລົດທີ່ມີສີຕາຍ ແລະ ມີຮອຍຂູດເປັນບາງໆບໍ່ເລິກ ການຂັດກໍ່ຈະເຮັດໃຫ້ຮອຍນັ້ນລຶບໄປ  

   ເຊິ່ງທາງສູນສ້ອມແປງລົດຄົບວົງຈອນຂອງພວກເຮົານັ້ນກໍ່ຮັບຂັດສີລົດແບບຍ່ອຍ ແລະ ແບບຫມົດຂັດເຊິ່ງລາຄາກໍ່ຂື້ນກັບຂະຫນາດລົດ ສີລົດ ແລະ ອາການຂອງສີວ່າເປັນຫນ້ອຍເປັນຫນັກຊ່ຳໃດ ເຊິ່ງຮັບປະກັນວ່າການຂັດສີນັ້ນຮັບປະກັນຄຸນນະພາບແລະ ລາຄາທີ່ເປັນກັນເອງຢ່າງແນ່ນອນ

    ສຳລັບການຂັດສີລົດຂອງສູນສ້ອມແປງຂອງພວກເຮົາແມ່ນຂັດດ້ວຍເຄື່ອງຈັກຂັດສີລົດແລະ ນ້ຳຢາງທີ່ມີຄຸນນະພາບ ເຊິ່ງການຂັດຂອງພວກເຮົາກໍ່ຈະນຳນ້ຳຢາຂັດຫຍາບກ່ອນ ເຊິ່ງຍີ່ຫໍ້ທີ່ພວກເຮົາໃຊ້ແມ່ນ AUTO COLOR P971-1200 ຕໍ່ໄປແມ່ນເຮົາຈະລົບຮອຍດ້ວຍນ້ຳຢາ 3M Perfect-It EX Ultrafine Machine Polish ຕໍ່ໄປຈະແມ່ນການຂັດເງົາດ້ວຍ ນ້ຳຢາ Cana Car Cream Silicon Wax ແລະ ສຸດທ້າຍພວກເຮົາລົງເງົາດ້ວຍ Kit Car Paste Wax ເພື່ອໃຫ້ລົດມີຄວາມເງົາງາມແລະ ຫຼ້ຽມຄືອອກມາຈາກຫ້າງໃຫມ່ເລີຍ

  
 
   
 
ເຄື່ອງຈັກ ແລະ ນ້ຳຢາຂັດສີທີ່ເຮົາໃຊ້
 


27 October 2020

Viewed 626 times

Engine by shopup.com