ການພົ່ນສີທີ່ໄດ້ຮັບມາດຕະຖານ- AUTO ONE BILLION

ການພົ່ນສີທີ່ໄດ້ຮັບມາດຕະຖານ

   ສຳລັບການພົ່ນສີຂອງພວກເຮົາແມ່ນພົ່ນຢູ່ໃນຫ້ອງພົ່ນສີໂດຍສະເພາະ ເພາະປ້ອງກັນຂີ້ຝຸ່ນຫຼືສິ່ງເປິເປື້ອນທີ່ຈະມາຕິດຢູ່ໃນສີໃນເວລາທີ່ສີຍັງບໍ່ທັນແຫ້ງ ນອກຈາກນີ້ເຮົາຍັງເລືອກໃຊ້ສີ,ແລັກເກີ້,ກາພົ່ນສີທີ່ໄດ້ມາດຕະຖານ ແລະ ນາຍຊ່າງໃຫຍ່ສີມືດີຮັບຜິດຊອບໃນການພົ່ນສີ ເພື່ອໃຫ້ຊິ້ນງານນັ້ນອອກມານຽບທີ່ສຸດ

   ເຊິ່ງສີທີ່ທາງສູນຂອງພວກເຮົາໃຊ້ພົ່ນແມ່ນສີ 2K ເປັນສີທີ່ໃຫ້ຄວາມເງົາງາມສູງ ອາຍຸການໃຊ້ງານນັ້ນຍາວນານກວ່າ5ປີ,ດູແລຮັກສາງ່າຍ ໃຫ້ຄວາມທົນທານແມ້ຈອດລົດຕາກແດດ ແລະ ຍຶດເກາະກັບໂຕລົດດີ ເຊິ່ງສີ2Kນີ້ນຳເຂົ້າຈາກເຢຍລະມັນ ຮັບປະກັນຄຸນນະພາບທຽບເທົ່າກັບສີທີ່ໃຊ້ຜະລົດຕົງຈາກໂຮງງານລົດເລີຍທີ່ດຽວ

   ເຫັນແລ້ວບໍ່ລູກຄ້າວ່າການເລືອກສູນສ້ອມແປງຂອງທ່ານກໍ່ເຮັດໃຫ້ລົດທ່ານນັ້ນງາມປານສົ່ງຕົງຈາກໂຮງງານ ເມື່ອເຂົ້າມາເຮັດສີຫລືສ້ອມສີນຳທາງສູນຂອງພວກເຮົາ ຮັບຮອງຈະບໍ່ມີຜະຫວັງຢ່າງແນ່ນອນ

 


26 October 2020

Viewed 590 times

Engine by shopup.com