5 ວິທີຮັກສີລົດໃຫ້ສົດໃສ ງາມຕະຫຼອດເວລາ

5 ວິທີຮັກສີລົດໃຫ້ສົດໃສ ງາມຕະຫຼອດເວລາ

   ປັນຫາສີລົດໝອງຄືປັນຫານໃຫຍ່ຂອງເຈົ້າຂອງລົດຫຼາຍໆຄົນ ດ້ວຍປັດໄຈທາງດ້ານສະພາບອາກາດ ແລະ ການໃຊ້ງານທີ່ເຮັດໃຫ້ສີລົດຍົນຂອງລົດມີການເສື່ອມສະພາບໄປການເວລາຫາກເຮົາຮັກສາບໍ່ດີພໍ ຫາກເຈົ້າຕ້ອງການໃຫ້ສີລົດມີສະພາບສີໃໝ່ຕະຫຼອດ ມື້ນີ້ເຮົາຈະມາບອກ 5 ວິທີງ່າຍໆ   ທີ່ຈະຮັກສີລົດຂອງເຮົາບໍ່ໝອງ ສີສົດໃສຕະຫຼອດເວລາ

1. ຈອດລົດໃນຮົ່ມທຸກຄັ້ງ

   

  ແສງແດດຕອນກາງເວັນໃນບ້ານເຮົານັ້ນຮ້ອນຫຼາຍ ເຮັດໃຫ້ມັນທຳລາຍສີລົດຂອງເຮົາຊີດຈາງ ແລະ ໝອງ ຢ່າງໄວວາ ແລະ ເນື່ອງຈາກບ້ານເມືອງເຮົາເປັນເມືອງທີ່ອົບເອົ້າ ການຈອດລົດໃນທີ່ແຈ້ງເວລາກາງຄືນ “ນ້ຳຄ້າງ” ຄືສິ່ງທີ່ສົ່ງຜົນໃຫ້ສີຂອງລົດດ່າງໄດ້ ດັ່ງນັ້ນ, ເຮົາຄວນຈອດລົດໄວ້ໃນຮົ່ມທຸກຄັ້ງ ເພື່ອປ້ອງການສີລົດຈາກການທຳຮ້າຍຂອງແສງແດດ ແລະ ນ້ຳຄ້າງ ເຊິ່ງຊ່ວຍໃຫ້ສີຂອງລົດນັ້ນສົດໃສຍາວນານຫຼາຍຂື້ນ

 2. ບໍ່ປະໃຫ້ລົດເປື້ອນເກີນໄປ

  

  ຖ້າມີຝຸ່ນ ຫຼື ຂີ້ຕົມເຂົ້າມາຕິດລົດ ສິ່ງເຫຼົ່ານີ້ຈະດູດຄວາມຊື້ນໄດ້ງ່າຍ ເປັນສາເຫດເຮັດໃຫ້ຊັ້ນຜິວແລັກເກີ້ຂອງລົດ ຄ່ອຍໆເສື່ອມສະພາບ ແລະ ລົດຄວາມເງົາມັນລົງ ຖ້າຝຸ່ນບໍ່ຫຼາຍຈົນເກີນໄປກໍ່ໃຊ້ໄມ້ຂົນໄກ່ປັດອອກກໍ່ໄດ້ ແຕ່ຫຼາກມີຄາບຝຸ່ນ ຄາບຂີ້ຕົມ ຕິດແໜ້ນ ຄວນໃຊ້ຜ້າໜຸ່ມໆຊຸບນ້ຳແລ້ວເຊັດອອກຊ້າໆ ເພາະການເຮັດຄວາມສະອາດແບບນີ້ຈະເຮັດໃຫ້ສີລົດເປັນຮອຍໄດ້ງ່າຍກວ່າການລ້າງລົດ ກໍລະນີທີ່ເຈົ້າບໍ່ໄດ້ລ້າງລົດເປັນປະຈຳ

3.ລ້າງລົດຢ່າງສະໝ່ຳສະເໝີ

  

   ແນ່ນອນວ່າຫາກລົດຂອງເຮົາເປື້ອນຫຼາຍຈົນບໍ່ສາມາດເຊັດທຳຄວາມສະອາດໄດ້ ຄວນເລືອກໃຊ້ວິທີການລ້າງລົດ ແຕ່ຫາກນ້ຳທີ່ໃຊ້ມີຄວາມຮ້ອນຫຼືອຸ່ນຫຼາຍເກີນໄປອາດຈະເຮັດໃຫ້ສີລົດຊີດຈາງົດໄດ້ ລວມເຖິງການລ້າງລົດໃນທີ່ມີແດດແຮງໆ ນ້ຳຈະລະເຫີຍໄວ ແລະ ປະຄາບໄດ້ງ່າຍ ນອກຈາກນີ້ການໃຊ້ແຟັບ ຫຼື ສະບູ່ຕ່າງໆ ແທນການໃຊ້ນ້ຳຢາທີ່ຖືກຜະລິດມາເພື່ອລ້າງລົດໂດຍສະເພາະ ອາດເຮັດໃຫ້ສີລົດຂອງເຈົ້າໝົດຄວາມເງົາງາມໄດ້

4. ເຊັດລົດຫຼັງລ້າງແລ້ວ

   ຫຼັງຈາກການລ້າງລົດທຸກຄັ້ງ ສ່ິງທີ່ຂາດບໍ່ໄດ້ຄືການເຊັດທຳຄວາມສະອາດລົດໃຫ້ແຫ້ງ ໂດຍການໃຊ້ຜ້າທີ່ຄວາມໜຸ້ມ ສະອາດ ແລະ ສາມາດຊັບນ້ຳໄດ້ດີ ໃຊ້ເຊັດລົດຫຼັງຈາກການລ້າງ ເພາະຄາບດ່າງຈາກນ້ຳທີ່ເປັນເມັດໆ ຈະເກາະຕິດຢູ່ ຈະເຮັດໃຫ້ຄາບດ່າງທີ່ສີຂອງລົດ ຫາກລ້າງລົດແລ້ວບໍ່ໄດ້ເຊັດລົດໃຫ້ແຫ້ງ ຈະເກີດປັນຫາກັບສີລົດຢ່າງເຫັນໄດ້ຊັດກວ່າເກົ່າ ໂດຍຈະເຫັນເປັນຄາບນ້ຳດ່າງເປັນຈຸດໆ

5. ຂັດສີເປັນສະໝ່ຳສະເໝີ

ປິດທ້າຍດ້ວຍສິ່ງສຳຄັນ ຄືການຂັດສີດ້ວຍເຄື່ອງຈັກ ເຖິງແມ່ນວ່າຈະໄດ້ເສຍຄ່າໃຊ້ງ່າຍເພີ່ມຂື້ນ ແຕ່ຈະຊ່ວຍໃຫ້ສີລົດ ເງົາງາມຕະຫຼອດເວລາ

15 July 2021

Viewed 1427 time

Engine by shopup.com