6 ວິທີຂັບລົດລຸຍນ້ຳຖ້ວມໃຫ້ປອດໄພ

6 ວິທີຂັບລົດລຸຍນ້ຳໃຫ້ປອດໄພ

     ໃນຊ່ວງລະດູຝົນນີ້ ຝົນຕົກຕິດຕໍ່ກັນ 2-3 ມື້ ເຮັດໃຫ້ມີນ້ຳທີ່ຖ້ວມຂັງຫລາຍທີ່ ລວມຮອດຖະໜົນຫົນທາງທີ່ລະບາຍນ້ຳບໍໍ່ທັນ ເຮັດໃຫ້ເກີດນ້ຳຖ້ວມ ສົ່ງຜົນກະທົບຕໍໍ່ການເດີນທາງພໍສົມຄວນ ເຮັດໃຫ້ລົດນ້ອຍລົດໃຫຍ່ ຕ້ອງຈຳໃຈຂັບຝ່ານ້ຳທີ່ຖ້ວມຂັງເປັນປະຈຳ ເຊິ່ງມັນບໍ່ເປັນຜົນດີຕໍ່ລົດເຊັ່ນກັນ ເຊ່ິງມື້ນີ້ເຮົາມີ 6 ວິທີການຂັບລົດລຸຍນ້ຳເມື່ອນ້ຳຖ້ວມມາໃຫ້ໄປນຳໃຊ້ກັນ

1. ສັງເກດລະດັບນ້ຳໃຫ້ດີ

   

 ອາດເບິ່ງຈາກຂອງທາງ ຫຼື ຖ້າມີລົດຄັນອື່ນຂັບຜ່ານທາງເສັ້ນນັ້ນຢູ່ ໃຫ້ລອງກະເບິ່ງວ່າລະດັບນ້ຳສູງເທົ່າໃດ ເຊ່ິງລົດເກັ໋ງລະດັບນ້ຳບໍ່ຄວນສູງເກີນ 25 cm ແລະ ກະບະບໍ່ຄວນສູງເກີນ 40 cm

 2. ໃສ່ເກຍຕ່ຳ

  

   ຂັບຊ້າໆ ດ້ວຍຄວາມໄວທີ່ໝັ້ນຄົງ ໃສ່ເກຍຕ່ຳ ຄືເກຍ 1-2 ແລະ ຮັກສາອັດຕາການເລັ່ງໄວ້ໃຫ້ໄດ້ປະມານ 1,500 – 2,000 ຮອບ ຕ່ຳກວ່ານີ້ເຄື່ອງຍົນອາດດັບໄດ້ ສູງກວ່ານີ້ອາດຈະເຮັດໃຫ້ດູດອາກາດ ແລະ ນ້ຳເຂົ້າເຄື່ອງໄດ້ອີກ ສຳລັບເກຍໂອໂຕ້ ໃຊ້ເກຍ L ຈຳໄວ້ວ່າ ຂັບຊ້າໆ ຢ່າຢຸດ ຢ່າເລັ່ງໄວ

3.ຢ່າເລັ່ງເຄື່ອງຍົນ

  

   ການເລັ່ງເຄື່ອງຍິ່ງເຮັດໃຫ້ອຸປະກອນມີີຄວາມຮ້ອນສູງເຮັດໃຫ້ພັດລົມລະບາຍອາກາດຂອງເຄື່ອງຍົນເຮັດວຽກ ພໍພັດລົມເຮັດວຽກກໍ່ຈະພັດນ້ຳໃຫ້ກະຈາຍເຕັມຫ້ອງເຄື່ອງຍົນ ແລະ ອາດເຮັດໃຫ້ເຄື່ອງຍົນດັບໄດ້

4. ປິດແອ

   ຄວນປິດແອ ເພື່ອບໍ່ໃຫ້ພັດແອເຮັດວຽກ ເພາະພັັດລົມແອຈະພັດເອົາລະອອງນ້ຳໃຫ້ກະຈາຍເຂົ້າໄປທົ່ວຫ້ອງເຄື່ອງຍົນ ແລະ ອາດເຮັດໃຫ້ເຄື່ອງຍົນດັບໄດ້

5. ຢຽບເບກຄ່ອຍໆ(ເມື່ອພົ້ນເຂດນ້ຳຖ້ວມແລ້ວ)

 ເພື່ອໃຫ້ໄລ່ນ້ຳ ແລະ ເສດຂີ້ເຫຍື້ອ ທີ່ອາດຈະຕິດຢູ່ນຳຈານເບກ

6. ຢ່າຟ້າວດັບເຄື່ອງ(ເມື່ອພົ້ນເຂດນ້ຳຖ້ວມແລ້ວ)

  

  ເພື່ອໄລ່ຄວາມຊື້ນໃນຫ້ອງເຄື່ອງຍົນ ແລະ ໄລ່ນ້ຳອອກຈາກໝໍ້ພັກໄອເສຍອອກໃຫ້ຫມົດ

15 July 2021

Viewed 1361 time

Engine by shopup.com