5 ປັນຫາລົດຍົນທີ່ມັກພົບເຈີຊ່ວງໜ້າຮ້ອນ

                     5 ປັນຫາລົດທີ່ພົບເປັນປະຈຳໃນລະດູຮ້ອນ

 
    ອາກາດຮ້ອນບໍ່ແມ່ນວ່າມີເຮົາທີ່ຮ້ອນ ແຕ່ລົດຂອງເຈົ້າກໍ່ໄດ້ຮັບຜົນກະພົບຈກາແສງອາທິດດ້ວຍເຊັ່ນກັນ ເພາະອຸປະກອນຫຼາຍສ່ວນໃນລົດຈະເສື່ອມສະພາບຢ່່າງໄວວາເມື່ອພົບເຈີອາກາດຮ້ອນທີ່ປະເທດລາວເຮົາ ໜ້າຮ້ອນຈຶ່ງກາຍເປັນໜຶ່ງຊ່ວງເວລາທີ່ເຈົ້າຄວນຈະດູແລຮັກສາລົດຂອງເຈົ້າໃຫ້ມີສະພາບສົມບູນຢູ່ຕະຫຼອດເວລາ ມື້ນີ້ພວກເຮົາຈຶ່ງນຳ 5 ສ່ວນຂອງລົດທີ່ສ່ຽງເພໃນຊ່ວງໜ້າຮ້ອນມາໃຫ້ທຸກຄົນໄດ້ຮູ້ ຈະໄດ້ດູແລຮັກສາລົດກັນແບບຖືກຈຸດ ແລະ ທັນເວລາ
 
1. ລະບົບປັບອາກາດ
 
 
      ເປັນສ່ວນສຳຄັນອັນດັບຕົ້ນໆ ໃນການໃຊ້ງານລົດຍົນ ເພາະອາກາດໃນປະເທດລາວເຮົາໃນປັດຈຸບັນນີ້ຮ້ອນ ແລະ ເອົ້າຫຼາຍ ເຊິ່ງປັນຫາຂອງລະບົບປັບອາກາດທີ່ມັກຈະເກີດຂື້ນໃນຊ່ວງລະດູຮ້ອນ ກໍ່ຈະມີຕັ້ງແຕ່ ນ້ຳຢາແອຫມົດ ວາວຕັນ ຕູ້ຮົ່ວ ແລະ ຄອມແອເພ ເຮັດໃຫ້ການເຮັດວຽກຂອງລະບົບປັບອາກາດບໍ່ເຕັມປະສິດທິພາບ ຈົນເກີດເພໃນທີ່ສຸດ
 
2. ໝໍ້ນ້ຳມີປັນຫາ
 
     ຫຼາຍຄົນທີ່ໃຊ້ລົດມາເກີນສອງປີແລ້ວບໍ່ໄດ້ເຊັກໝໍ້ນ້ຳກໍ່ຕ້ອງເຄີຍພົບປັນຫາໝໍ້ນ້ຳຮົ່ວ ນ້ຳໃນໝໍ້ນ້ຳຫມົດ ແລະ ຫມໍ້ນ້ຳອຸດຕັນ ເຊິ່ງຫມໍ້ນ້ຳເມື່ອເກີດປັນຫາຈະສົ່ງຜົນກະພົບຕໍ່ເຄື່ອງຍົນ ເພາະເປັນສ່ວນສຳຄັນໃນການລະບາຍຄວາມຮ້ອນໃຫ້ກັບຕົວເຄື່ອງ ຫາກໝໍ້ນ້ຳມີປັນຫາດັ່ງກ່າວ ແນ່ນອນວ່າຕ້ອງຈອດ ຫຼື ເອີ້ນລົດລາກຢ່າງແນ່ນອນ
 
3. ຟີມກອງແສງມີປັນຫາ
 
     ນ້ອຍຄົນທີ່ຈະຮູ້ວ່າຟີມຕິດກະຈົກລົດກໍ່ຕ້ອງມີການປ່ຽນຕາມອາຍຸການໃຊ້ງານຂອງມັນ ເພາະເມື່ອເສື່ອມສະພາບເມື່ອໃດ ມັນຈະບໍ່ສາມາດປ້ອງກັນຄວາມຮ້ອນຈາກແສງແດດ ແລະ ແສງຢູວີໄດ້ ເຖິງວ່າຟີມຈະມີສີເຂັ້ມຢູ່ກໍ່ຕາມ ເຊິ່ງຟີມທົ່ວໄປນັ້ນມີອາຍຸການໃຊ້ງານ ປະມານ 4-5 ປີເທົ່ານັ້ນ
 
4. ຢາງມີປັນຫາ
 
     ເຖິງແມ່ນວ່າຢາງນັ້ນບໍ່ຈຳເປັນຕ້ອງດູແລຮັກສາຫຍັງຫຼາຍ ແຕ່ກໍ່ຄວນກວດເຊັກຢູ່ເປັນປະຈຳ ໂດຍສະເພາະໃນໜ້າຮ້ອນ ແລະ ລົດທີ່ຈອດຕາກແດດ ຫຼື ພື້ນທີ່ຮ້ອນຫຼາຍເປັນປະຈຳ ຈະເຮັດໃຫ້ຢາງເສື່ອມສະພາບໄວຂື້ນ ຈຸດສັງເກດຂອງອາການຢາງເສື່ອມກໍ່ຄືເນື້ອຢາງແຂງກວ່າເກົ່າ ຂັບແລ້ວເບກບໍ່ຄ່ອຍຈຶກແບບເກົ່າ ລວມຮອດການແຕກລາຍຂອງຢ່າງທີ່ເປັນໂຕບົ່ງຊີ້ວ່າຄຸນນະພາບຂອງຢາງເສື່ອມສະພາບແລ້ວ
 
5. ລະບົບເບກມີປັນຫາ
 
      ເມື່ອຂັບລົດດ້ວຍຄວາມໄວສູງແລ້ວເບກກະທັນຫັນ ຫຼື  ຂັບຕໍ່ເນື່ອງໃນເວລານານ ມີຄວາມຮ້ອນສະສົມທີ່ຈານເບກຈົນຈານເບກຂະຫຍາຍຕົວຜິດຮູບ ເຊິ່ງສາມາດເກີດຂື້ນເປັນປະຈຳໃນລະດູຮ້ອນ ເຊິ່ງອາດເຮັດໃຫ້ຈານເບກຄົດຫຼືບ້ຽວ ເຮັດໃຫ້ຢຽບເບກບໍ່ຄ່ອຍລົງ
 
    
 
 
 
 

15 July 2021

Viewed 1583 time

Engine by shopup.com