ສິ່ງທີີ່່ຄວນກວດເຊັກກ່ອນຕັດສິນໃຈຊື້ລົດມືສອງ

 

ສິ່ງທີີ່່ຄວນກວດເຊັກກ່ອນຕັດສິນໃຈຊື້ລົດມືສອງ

ສະພາບລົດພາຍນອກ : ສິ່ງທຳອິດທີ່ເປັນຈຸດສັງເກດໄດ້ງາຄືສະພາບລົດພາຍນອກ ບໍ່ວ່າຈະເປັນ ຮອຍທີ່ບຸບຮອຍຊົນ,ຮອຍສີແຕກ ຕ່າງໆ ສັງເກດວ່າໂຄ້ງສ້າງລົດຍົນຢູ່ໃນສະພາບທີ່ປົກກະຕິບໍ່


ສະພາບລົດພາຍໃນ : ກວດເຊັກສະພາບຮອຍແຕກຮອຍແຍກຮອຍຊຳລຸດຕ່າງໆ ຂອງແຜງຕັບປະໂລຫນ້າ ຫນ້າປັດ ສະແດງຜົນໄດ້ຫມົດບໍ່? ລະບົບແອເຢັນບໍ່? ລະບົບໄຟຟ້າທັງຫມົດ ບໍ່ວ່າຈະເປັນ ກະຈົກ ເຄື່ອງສຽງ ເຊັນທັນລອກ ເບາະນັ່ງສາມາດຍັບໄດ້ບໍ່ ມີຮອຍແຕກຮອຍຂາດບໍ່? ແລະ ມີກິ່ນບໍ່ ເປັນຕົ້ນ

ກວດສອບຫຼັກກິໂລຂອງລົດ : ຫຼັກກິໂລບົ່ງບອກຮອດສະພາບຄວາມສົມບູນຂອງລົດຍົນ ສະເລ່ຍແລ້ວລົດຍົນໃຊ້ງານປົກກະຕິຢູ່ 3ຫມື່ນກິໂລ/ປີ ເຊິ່ງຕ້ອງເບິ່ງປັດໄຈລວມວ່າເປັນລົດທີ່ໃຊ້ຂີ່ຄອບຄົວບໍຫລືໃຊ້ໃນການເຮັດວຽກ ແຕ່ຫາກລົດທີ່ສະພາບຜ່ານການໃຊ້ງານມາ ແຕ່ເລກໄມຍັງນ້ອຍ ຄວນລະວັງເພາະວ່າອາດມີການລົດເລກຫລັກກິໂລລົງກໍ່ເປັນໄດ້

ປີຂອງລົດຍົນ : ຈະຊື້ລົດທັ້ງທີຕ້ອງເບິ່ງໃຫ້ລະອຽດ ປີຂອງລົດຕ້ອງຊັດເຈນ ສາມາກວດສອບໄດ້ເພາະສ່ວນນີ້ຖືວ່າເປັນໂຕຊີ້ວັດຂອງລາຄາຂອງລົດ ເລຍກໍ່ວ່າໄດ້ ເຊິ່ງເຮົາຕ້ອງເບິ່ງທີ່ປີຜະລິດ ບໍ່ແມ່ນປີທີ່ຈົດທະບຽນ

ຈັກຂອງລົດ : ຫົວໃຈຫຼັກຂອງລົດຍົນ ເຊັກເບິ່ງຄວາມຟິດຂອງເຄື່ອງຍົນກໍ່ສໍາຄັນ ລອງສະຕາດລົດເບິ່ງວ່າ ການສະຕາດປົກກະຕິດີບບໍ່ ການກະລັ່ງຕີ ສາມາດເລັ່ງໄດ້ຫລາຍບໍ່ ມີອາການຜິດປົກກະຕິບໍ່ ການສັ່ນເຂົ້າມາໃນຫ້ອງໂດຍສານ ມີຫລາຍຫລືນ້ອຍ ຄວນກວດສອບວ່າ ມີການປ່ຽນນ້ຳມັນເຄື່ອງ ນ້ຳມັນເກຍ ດົນແລ້ວບໍ່ ສະພາບຂອງຫມໍ້ໄຟ ຂົ້ວຫມໍ້ໄຟດີບໍ່ ສາຍພານມີຮອຍແຕກບໍ່ ເກົ່າບໍ່ ທີ່ສຳຄັນກວດເບິ່ງວ່າມີນ້ຳມັນເຄື່ອງຍ່ອຍອອກມາຈາກເຄື່ອງຈັກບໍ່

ກວດເຊັກລະບົບຊ່ວງລ່າງ : ຂໍ້ນີ້້ເປັນການແນະນໍາ ເຊິ່ງເຮົາຕ້ອງຍົກລົດຂື້ນເບິ່ງ ເຊັກເບິ່ງຢາງລົດ ຍັງປີໃຫມ່ຍັງບໍ່ມີຮອຍແຕກຮອຍຈີກ ນອກຈາກນີ້ຕ້ອງເຊັກເບິ່ງ ຈຳພວກເບກ ບຸດ ໂຊກອັບເປັນຕົ້ນ

ທົດລອງຂັບເບິ່ງ : ທົດລອງວ່າ ຈັກມີການສັ່ນຫລາຍບໍ່ ຄວາມສົມດຸນຂອງລົດ ມີການກະຕຸກບໍ່ ເລັ່ງໄວໄດ້ບໍ່ ອຸນຫະພູມຫມໍ້ນ້ຳຢູ່ໃນລະດັບປົກກະຕິ ລົດລອງນ້ຳຫນັກພວງມະໄລ ຊ່ວງລ່າງ ການຄວບຄຸມທັງຫມົດ ແລະ ທີ່ສຳຄັນເຫມາະສົມ ແລະ ຖືກໃຈເຈົ້າຫລືບໍ່ ແລ້ວຄ່ອຍຕັດສິນໃຈຊື້

ເອກະສານລົດຕ້ອງຄົບ : ປື້ມເຫຼືອງ,ທະບຽນແຂງ, ເສຍຄ່າທາງ ຫຼື ເຕັກນິກ ເປັນຕົ້ນ

 

11 March 2021

Viewed 703 time

Engine by shopup.com