ສ່ວນປະກອບທີ່ສຳຄັນຂອງຊ່ວງລ່າງ

tab-image

ສ່ວນປະກອບສຳຄັນຂອງຊ່ວງລ່າງ

  ອາໄຫລ່ ຫຼື ສ່ວນປະກອບຂອງຊ່ວງລ່າງ ລ້ວນແລ້ວແຕ່ມີສ່ວນສຳຄັນທັງຫມົດ ສະນັ້ນ ຜູ້ຂັບຂີ່ຄວນກວດເຊັກຊ່ວງລ່າງເປັນປະຈຳ ເຊິ່ງທາງສູນສ້ອມແປງລົດຄົບວົງຈອນໂອໂຕວັນ ບິວລ່ຽນ ຂອງພວກເຮົາຍັງມີບໍລິການເຊັກຟຣີອີກ ແລະ ມື້ນີ້ເຮົາຊິພາໄປເບິ່ງສ່ວນປະກອບສຳຄັນຂອງຊ່ວງລ່າງກັນ

 

ລູກຫມາກ: ລູກຫມາກຖືວ່າເປັນຊິ້ນສ່ວນສຳຄັນຂອງຊ່ວງລ່າງລົດຍົນ ເຊິ່ງເປັນປັດໄຈທີ່ເຮັດໃຫ້ລົດຂັບເຄື່ອນໄດ້ຢ່າງມີປະສິດທິພາບ ແລະ ສົ່ງຜົນຕໍ່ລະບົບຂັບລ້ຽວຂອງລົດຍົນ ເຊິ່ງລູກຫມາກມີຫລາຍປະເພດບໍ່ວ່າຈະເປັນ ລູກຫມາກຄັນສົ່ງ,ລູກຫມາກແລັກ,ລູກຫມາກປີກນົກ,ລູກຫມາກກັນໂຄ້ງ ເປັນຕົ້ນ...

 

ໂຊກອັບ: ອີກຫນຶ່ງອຸປະກອນທີ່ສຳຄັນທີ່ຊ່ວຍໃນການຄວບຄຸມການຍຸບ ແລະ ຢຶດໂຕຂອງສະປິງແລະແຫນບ ຊ່ວຍຮອງຮັບແຮງກະແທກພ້ອມລົດການສະເທືອນຂອງລົດ ເຊິ່ງຖ້າຂາດສ່ວນນີ້ໄປ ກໍ່ຈະເຮັດໃຫ້ການຊົງໂຕນີ້ຍາກຂື້ນ ເມື່ອຂັບຂີ່ໃນຫົນທາງທີ່ມີຂຸມ

 

ຊຸດຄັນສົ່ງ: ເປັນຊຸດອຸປະກອນທີ່ຊ່ວຍເພິ່ມຄວາມປອດໄພໃຫ້ກັບລົດຍົນ ເຮັດໃຫ້ລົດມີຄວາມສະຖຽນໃນການຂັບເຄື່ອນ ເກີດການຄວບຄຸມໄດ້ງ່າຍຫາກລົດເສີຍຫຼັກ ນອກຈາກນີ້ຍັງມີຫນ້າທີ່ໃນການລົດແຮງສະເທືອນໄດ້ເປັນຢ່່າງດີດ້ວຍ

05 February 2021

Viewed 1103 time

Engine by shopup.com