ຫນ້າທີ່ຫລັກຂອງລະບົບຊ່ວງລ່າງ

ໜ້າທີ່ຫຼັກຂອງລະບົບຊ່ວງລ່າງ

   ລະບົບຊ່ວງລ່າງຄືສ່ວນປະກອບລົດຍົນດ້ານລຸ່ມທັງຫມົດ ໂດຍບໍ່ນັບສ່ວນຂອງໂຕຖັງຂອງລົດຍົນ ເຊິ່ງເປັນສ່ວນຮອງຮັບນ້ຳໜັກທັງຫມົດຂອງລົດຍົນ ແລະ ເປັນສ່ວນສຳຄັນທີ່ເຮັດໃຫ້ເຄື່ອນທີ່ໄດ້ຢ່າງມີປະສິດທິພາບ

 ຫນ້າທີ່ສຳຄັນຂອງຊ່ວງລ່າງລົດຍົນ

  1. ຮອງຮັບນ້ຳຫນັກຂອງໂຕລົດ                   ເປັນສ່ວນທີ່ສຳຜັດກັບພື້ນຫົນທາງ ເຊິ່ງລວມໄປຮອດລໍ້ລົດ ເຮັດໃຫ້ເກີດຄວາມສົມດຸນ ໃນການຂັບຂີ່ ແລະ ສາມາດຄວບຄຸມລົດໄດ້ຢ່າງງ່າຍດາຍ ແລະ ເປັນສ່ວນສຳຄັນທີ່ເຮັດໃຫ້ຜູ້ຂັບຂີ່ບັງຄັບລົດໃຫ້ໄປຮອດຈຸດມົ່ງຫມາຍດ້ວຍຄວາມສະຫວັດດີພາບໄດ້
  2. ຮອງຮັບ ແລະ ປ້ອງກັນແຮງສັ່ນສະເທືອນ         ຊ່ວຍລົດແຮງສັ່ນສະເທືອນ ຫຼື ແຮງກະແທກ ເວລາທີ່ລົດຕົກຂຸມ ແລະ ດ້ວຍຄຸນສົມບັດນີ້ຈຶ່ງເຮັດໃຫ້ຫ້ອງໂດຍສານໄດ້ຮັບແຮງກະແທກນ້ອຍລົງ
  3. ຮັກສາຄວາມສົມດຸນຂອງລົດ                   ເຮັດຫນ້າທີ່ຮັກສາຄວາມສົມດຸນຄວາມສູງຂອງລົດຕໍ່ພື້ນຜິວຫົນທາງ ເມື່ອເວລາຂັບຂີ່ລົດຕົກຂຸມ ແລະ ຊ່ວຍປັບລະດັບຂອງລໍ້ທີ່ສຳຜັດກັບຫົນທາງ ເຊິ່ງຈະບໍ່ເຮັດໃຫ້ເກີດແຮງກະທົບກະເທືອນກັບລົດອີກດ້ວຍ
  4.  ເຮັດຫນ້າທີ່ເປັນຕົວສະລໍ ຫຼື ຢຸດລົດ             ເພາະເບຣກ ແມ່ນພາກສ່ວນຫນຶ່ງຂອງລະບົບຊ່ວງລ່າງ ເຊິ່ງເປັນສ່ວນສຳຄັນຂອງການຄວບຄຸມການເຄື່ອນທີ່ຂອງລົດຍົນ ຈຶ່ງເຮັດໃຫ້ການສະລໍລົດ ຫຼື ເບຣກລົດໄດ້ມີປະສິດທິພາບຫລາຍຂື້ນ

05 February 2021

Viewed 933 time

Engine by shopup.com