ລົດຄວນດຳເກີດຈາກຫຍັງ?

 

ລົດຄວນດຳເກີດມາຈາກໃສ?

 

 

 

ລົດຄວນດຳເກີດມາຈາກສາເຫດຫຍັງ ແລະ ມີວິທີແກ້ແນວໃ

  ປັນຫາລົດຄວນດຳ ປັນຫາຍອດຮິດທີ່ຫລາຍຄົນພົບເຈີເປັນປະຈຳ ແລະ ເປັນປັນຫາທີ່ສ່ວນໃຫຍ່ແລ້ວເກີດຈາກລົດອ້ອມຂ້າງເຮົາ ໂດຍສະເພາະແມ່ນລົດທີ່ມີຂະຫນາດໃຫຍ່ເຊັ່ນ ລົດບັນທຸກ, ລົດເມ,ລົດກະບະ ທີ່ເປັນລົດຈັກກາຊວນ ເຊິ່ງກໍ່ໃຫ້ເກີດມົນລະຜິດສົ່ງຜົນເສຍໃຫ້ແກ່ສິ່ງແວດລ້ອມ ນອກຈາກນີ້ຍັງກໍ່ໃຫ້ເກີດຜົນເສຍກັບສຸຂະພາບ ແລະ ຮ່າງກາຍອີກດ້ວຍ

   ເຊິ່ງສາເຫດທີ່ເຮັດໃຫ້ລົດຄວັນເປັນສີດຳ ນັ້ນມີຫລາຍປັດໄຈດັ່ງນີ້:

ຈັກຫລົມ

   ສາເຫດຫລັກຂອງລົດຄວນດຳທີ່ເຫັນເປັນປະຈຳຄື ປັນຫາຂອງໂຕເຄື່ອງຍົນທີ່ເກີດຊຳລຸດ ເຊື່ອມຄຸນນະພາບ ຫລົມ ແລະ ບໍ່ໄດ້ຮັບການແກ້ໄຂ ຈຶ່ງເຮັດໃຫ້ລູກສູບກະບອກສູບ ແລະ ແຫວນຫລົມ ຫລື ເຊື່ອມຄຸນນະພາບ ຈົນເຮັດໃຫ້ຄວັນທີ່ອອກມາ່ຈາກທໍ່ລົດເປັນສີດຳນັ້ນເອງ

ກອງອາກາດຕັນ

ກອງອາກາດຂອງລົດຍົນເຮັດຫນ້າທີ່ກອງຝຸ່ນແລະສິ່ງເປິເປື້ອນຕ່າງໆເຮັດໃຫ້ອາກາດເຂົ້າໄປໃນຫ້ອງຈຸດລະເບີດນັ້ນບໍ່ພຽງພໍ ສົ່ງຜົນໃຫ້ລະບົບການຄວບຄຸມການສີດນ້ຳມັນ ແລະ ອາກາດແປປວນ ມີການສັ່ງຈ່າຍນ້ຳມັນເກີນມາດຕະຖານເຮັດໃຫ້ເຜົາໄຫມ້ບໍ່ສົມບູນ ຈົນເກີດເປັນຄວນດຳນັ້ນເອງ

ນ້ຳມັນເຄື່ອງເກົ່າ

ນ້ຳມັນເຄື່ອງທີ່ໃຊ້ເປັນສາເຫດສຳຄັນເຮັດໃຫ້ລົດຄວັນດຳ ອາດເກີດມາຈາກຜູ້ຂັບຂີ່ບໍ່ປ່ຽນນ້ຳມັນເຄື່ອງຕາມໄລຍະທາງຕາມກຳນົດນັ້ນເອງ  ເຮັດໃຫ້ນ້ຳມັນເຄື່ອງຫມົດອາຍຸການໃຊ້ງານນັ້ນເອງ ນອກຈາກນີ້ການເລືອກໃຊ້ນ້ຳມັນເຊື້ອເພີງຄຸນນະພາບຕ່ຳ ກໍ່ເປັນອີກສາເຫດຫນຶ່ງເຊັ່ນກັນທີ່ເຮັດໃຫ້ລົດຄວັນດຳ

ມີຂີ້ຂະເມົ່າຄ້າງຢູ່ໃນທໍ່ໄອເສຍ

 ໃນຊ່ວງທີ່ສະຕາດລົດໃຫມ່ໆ ອາດເຫັນຄວັນດຳເປັນກຸ່ມກ້ອນທີ່ອອກມາຈາກທໍ່ໄອເສຍ ນັ້ນຄືຄວັນທີ່ເກີດຂື້ນຈາກການມີຂີ້ຂະເມົ່າ ຕົກຄ້າງຢູ່ໃນທໍ່ໄອເສຍນັ້ນເອງ

ການດັດແປງຈັກ

ການດັດແປງຈັກຫລືການແຕ່ງຈັກໃຫມ່ ບໍ່ວ່າຈະເປັນການເສີມສ່ວນຕ່າງໆ ໂດຍແຕ່ງໃຫ້ເຄື່ອງຍົນແຮງຂື້ນ ເຊິ່ງຕ້ອງອາໄສຫລັກໃນການຈ່າຍນ້ຳມັນແລະອາກາດ ເພື່ອການເຜົາໄຫມ້ໃນປະລິມານທີ່ຫລາຍ ສົ່ງຜົນໃຫ້ການເຜົາໄຫມ້ທົ່ວເຖິງ ນ້ຳມັນທີ່ເຫຼືອຈືງຖືກເຜົາໄຫມ້ອອກມາເປັນຄວັນດຳນັ້ນເອງ

 

 

 

 

 

 

 

.

21 June 2021

Viewed 891 time

Engine by shopup.com