ເວລາທີ່ເຮົາຄວນປ່ຽນນ້ຳມັນເກຍ

ເວລາໃດທີ່ເຮົາຄວນປ່ຽນນ້ຳມັນເກຍ

  ເກຍຄືສ່ວນສຳຄັນຂອງລົດຍົນ ເຮົາຄວນບຳລຸງຮັກສາໃຫ້ດີ ເພາະຖ້າມັນເປ່ເພຂື້ນມາຄ່າປ່ຽນເກຍໜ່ວຍໃໝ່ກໍ່ເເພງເອົາເລື່ອງ ເພາະສະນັ້ນເຮົາຄວນດູແລຮັກສາມັນໃຫ້ດີ ການປ່ຽນນ້ຳມັນເກຍຕາມໄລຍະທາງທີ່ກຳນົດເຮັດໃຫ້ເກຍຂອງລົດຍົນມີອາຍຸຍືນຍາວຂື້ນ  ສະນັ້ນຜູ້ໃຊ້ລົດຫ້າມລະເລີຍ ຢ່າລືມປ່ຽນນ້ຳມັນເກຍຕາມໄລຍະທາງທີ່ກຳນົດ ຖ້າບໍ່ສະນັ້ນ ເກຍອາດເພໄວຂື້ນ ເພາະນ້ຳມັນເກຍມີຫນ້າທີ່ຊ່ວຍລົດແຮງສຽດທານ ລົດການສຶກຫຼໍຂອງເກຍ ຊ່ວຍລົດສຽງດັງ ແລະ ການສັ່ນສະທຽນໃນຫນ່ວຍເກຍ ນອກຈາກນີ້ຍັງຊ່ວຍລ້າງເສດເຫຼັກຕ່າງໆທີ່ຟັນເກຍ ສຽດສີກັນພາຍໃນ ແລະ ຍັງຊ່ວຍປ້ອງກັນການເກີດສະນິມພາຍໃນເກີຍອີກຕື່ມ

ເກຍທຳມະດາ

  ສໍາລັບຄົນຂັບເກຍທໍາມະດາຮອບການປ່ຽນນໍ້າມັນເກຍຄ່ອນຂ້າງດົນ ປະມານ 1 ປີ ຕໍ່ຄັ້ງໄດ້ ແຕ່ຖ້າຕ້ອງຂັບລຸຍຝົນຫລືບໍລິເວນທີ່ນ້ຳຖ່ວມເປັນປະຈຳ ອາດປ່ຽນໄວກວ່ານັ້ນ ເພາະຫນ້າຝົນອາດມີຄວາມຊື້ນຈາກນ້ຳຊືມເຂົ້າໄປໃນຫ້ອງເກຍ ເຮັດໃຫ້ນ້ຳມັນເກຍເສື່ອມສະພາບໄວກວ່າກຳນົດ

 ເກຍໂອໂຕ້

   ໃນຄູ່ມືລົດສ່ວນໃຫຍ່ຈະບອກວ່າໃຫ້ປ່ຽນຖ່ານ້ຳມັນເຄື່ອງທຸກໆ 30,00 ຫຼື 40,000 ກິໂລແມັດ ແຕ່ຖ້າເປັນລົດທີ່ແລ່ນເປັນປະຈຳ ອາດປ່ຽນນ້ຳມັນເກຍທີ່ 10,000 – 20,000 ກິໂລແມັດ ຫຼື ປະມານປີຫນຶ່ງຕໍ່ຄັ້ງ ເພາະການປ່ຽນນ້ຳມັນເກຍແຕ່ລະຄັ້ງ ນ້ຳມັນຈະອອກບໍ່ຮອດເຄິ່ງ ຫຼື ບໍ່ເກີນ ສອງໃນສາມ ຂອງນ້ຳມັນທີ່ເຕີມເຂົ້າໄປ ການປ່ຽນນ້ຳມັນເກຍເປັນປະຈຳຈະຊ່ວຍໃຫ້ນ້ຳມັນເກຍສະອາດ ມີປະສິດທິພາບດີຂື້ນ ແລະ ຊ່ວຍລົດຄວາມສ່ຽງເກຍເປ່ເພໄວໄດ້ເປັນຢ່າງດີ

ການກວດເບິ່ງນ້ຳມັນເກຍ ສີເຫຼືອງໃສຫຼືສີແດງຄືສີທີ່ບົ່ງບອກວ່ານ້ຳມັນເກຍຍັງຢູ່ໃນສະພາບດີພ້ອມໃຊ້ງານຢູ່ ແຕ່ຖ້ານ້ຳມັນເກຍເປັນສີນ້ຳຕານຫຼືດຳຂື້ນມາເມື່ອໃດ ເປັນສັນຍານທີ່ບົ່ງບອກວ່າຮອດເວລາປ່ຽນນ້ຳມັນເກຍໄດ້ແລ້ວ ທີ່ສຳຄັນເຮົາຄວນປ່ຽນນຳອູ່ສ້ອມແປງລົດທີ່ໄດ້ມາດຕະຖານ ແລະ ເລືອກໃຊ້ນ້ຳມັນເກຍໃຫ້ເຫມາະສົມກັບລຸ້ນລົດນຳ ເພື່ອຄວາມປອດໄພ ແລະ ຍືດອາຍຸການໃຊ້ງານຂອງເກຍອີກຕືີ່ມ

 

29 December 2020

Viewed 767 time

Engine by shopup.com