10 ພຶດຕິກຳການຂັບລົດທີ່ອາດເຮັດໃຫ້ລົດເຈົ້າເພໄວຂື້ນ

 

10 ພຶດຕິກຳການຂັບລົດທີ່ອາດເຮັດໃຫ້ລົດເຈົ້າເພໄວຂື້ນ

 

   ແມ່ນຢູ່ວ່າລົດທີ່ເຮົາຊື້ມາໃຊ້ງານຕ້ອງມີມື້ເປ່ເຟແລະຫມົດສະພາບໄປຕາມອາຍຸການໃຊ້ງານ ເຊິ່ງເຮົາຕ້ອງມີການສ້ອມແປງ ນຳມາຍັງຄ່າໃຊ້ຈ່າຍອັນມະຫາສານ ແຕ່ມັນຈະດີກວ່າຖ້າເຮົາຈະຊ່ວຍຍືດອາຍຸການໃຊ້ງານໃຫ້ດົນອອກໄປດ້ວຍການເຊົາເຮັດພຶດຕິກຳການຂັບລົດທີ່ເປັນການທຳລາຍລົດໂຕເອງ ເຊິ່ງມື້ນີ້ທາງສູນໂອໂຕວັນບິວລ່ຽນເຮົາມີ 10 ພຶດຕິກໍາການຂັບລົດ ທີ່ອາດເຮັດໃຫ້ລົດເຈົ້າເພໄວຂື້ນ ມາໃຫ້ປັບປ່ຽນກັນ

 1. ບໍ່ຍອມໃຊ້ເບກມືໃນຂະນະຈອດລົດເທິງທາງເນີນ : ເມື່ອຈອດລົດທາງເນີນພູ ຄວນໃຊ້ເບກມືກ່ອນເຂົ້າເກຍ ພີ ສະເພາະລົດເກຍໂອໂຕ ເພາະຖ້າເຈົ້າບໍ່ດຶງເບກມືກ່ອນເຂົ້າເກຍ ພີ ສະຫຼັກເກຍຫລືໂຕລ໊ອກເຟືອງຂັບຫລັກ ເຊິ່ງມີຂະຫນາດໃຫຍ່ເທົ່າໂປ້ມື ຈະຕ້ອງຮັບນ້ຳຫນັກລົດຫມົດຄັນເອົາໄວ້ ເຊິ່ງຈະບໍ່ສົ່ງຜົນດີໃຫ້ລະບົບເກຍ ແລະສົ່ງຜົນໃຫ້ລະບົບເກຍເສີຍຫາຍຕ້ອງຈ່າຍເງິນສ້ອມແປງໄວຂື້ນ

2. ປະນ້ຳມັນໃນຖັງຢູ່ລະດັບຕ່ຳເປັນປະຈຳ : ປະໄວ້ຈົນເກືອບຫມົດເປັນປະຈຳ ຈະເປັນຜົນເສຍກັບປ້ຳນ້ຳມັນຫລືປ້ຳຕິກທີ່ຢູ່ໃນຖັງ ເພາະຈະເຮັດໃຫ້ສິ່ງເປິເປື້ອນທີ່ຢູ່ກົ້ນຖັງລວມທັງຂີ້ເຫຍື້ອທີ່ສະສົມມາເຂົ້າໄປຕັນປ້ຳຕິກໄດ້ ເຊິ່ງອາດຈະໄດ້ປ່ຽນໃຫມ່ ທີ່ມີລາຄາແພງຫລາຍ

3. ການປ່ຽນເກຍຖອຍຫລັງ-ເດີນຫນ້າໂດຍບໍ່ຖ້າໃຫ້ລົດຢຸດກ່ອນ : ສຳລັບພຶດຕິກຳແບບນີ້ອາດທຳລາຍເກຍທຳມະດາຫລາຍກວ່າເກຍໂອໂຕ ໂດຍການຮີບຮ້ອນປ່ຽນເກຍຖອຍຫລັງເພື່ອເດີນຫນ້າ ຫລື ຈາກເດີນຫນ້າເພື່ອຖອຍຫລັງໂດຍບໍ່ຖ້າໃຫ້ລົດຢຸດກ່ອນ ເຊິ່ງເປັນການທຳລາຍລະບົບຂັບເຄື່ອນແລະລະບົບສົ່ງກຳລັງໂດຍກົງ ເຊິ່ງບາງທີ່ອາດລາມໄປເຖິງຈັກ ແລະ ເພົາຂັບ

4. ບໍ່ອຸ່ນເຄື່ອງກ່ອນຂັບຂີ່ : ລົດຍົນທຸກຄັນຈຳເປັນຕ້ອງອຸ່ນເຄື່ອງເມື່ອເຄື່ອງເຢັນຈາກການຈອດລົດປະໄວ້ດົນບໍ່ໄດ້ໃຊ້ງານ ຫລື ວ່າຈອດລົດຂ້າມຄືນ ບໍ່ວ່າຈະລົດເກົ່າຫລືໃຫມ່ ເພື່ອເປັນການວອມຈັກແລະນ້ຳມັນເຄື່ອງຢູ່ໃນອຸນຫະພູມເຮັດວຽກເພື່ອຍືດອາຍຸການໃຊ້ງານຂອງລົດຍົນອີກຕື່ມ

5. ອອກໂຕຢາ່ງຮຸນແຮງ : ອາດຈະເລົ້າໃຈແທ້ ແຕ່ຈະເປັນການສິ້ນປຽງນ້ຳມັນເຊື້ອເພີງແລ້ວຍັງສ້າງມົນນລະຜິດໃຫ້ກັບສິ່ງແວດລ້ອມຈາກການເຜົາໄໝ້ໜັກຂອງຢາງລົດ ແລະ ເຄື່ອງຍົນເຮັດໃຫ້ມີຄວັນຫລາຍ ແລະຍິ່ງຫນັກໄປກວ່ານັ້ນຍັງສ້າງພາລະຫນັກໃຫ້ກັບຊຸດລະບົບສົ່ງກຳລັງທັງຫມົດ

6. ໃຊ້ຄັນເກຍເປັນທີ່ພັກມື : ໃຜທີ່ມັກພັກມືຄ້າງໄວ້ເທີງຄັນເກຍເພື່ອຈະຖ້າປ່ຽນເກຍຕໍ່ໄປ ເປັນການເຮັດທີ່ບໍ່ເຫມາະສົມປານໃດເພາະອາດເປັນສາເຫດທີ່ເຮັດໃຫ້ບຸດ ແລະ ຊຸດຊິງໂຄໄນ້ຂອງລະບົບເກຍຫລົມໄດ້

7.ຢຽບຄາດຄ້າງໄວ້ດົນ : ມັກເຮັດໃນຂະນະທີ່ລໍຖ້າໄຟແດງເພື່ອຈະໄດ້ຖ້າອອກໂຕເມື່ອໄຟຂຽວ ເຊິ່ງພຶດຕິກຳແບບນີ້ຄວນຫລີກລ່ຽງ ເພາະອາດເຮັດໃຫ້ຊຸດເກຍນັ້ນຫມົດໄວ ແລະ ເສຍຫາຍໄວກວ່າປົກກະຕິ ນຳມາສູ່ການສ້ອມແປງແລະປ່ຽນອາໄຫຼ່ໃຫມ່ທີ່ມີລາຄາແພງ

8.ຕ່າງເຄື່ອງຫນັກຫລາຍເກີນໄປ : ສົ່ງຜົນໃຫ້ເຄື່ອງຍົນ ລະບົບສົ່ງກຳລັງ ລະບົບຊ່ວງລ່າງ ແລະ ລະບົບເບກ ເຮັດວຽງຢ່າງຫນັກ ລວມໄປຮອດການສິ້ນປຽງຄ່ານ້ຳມັນລົດ ຫລາຍກວ່າປົກກະຕິ ດັ່ງນັ້ນຄວນເຮັດໃຫ້ລົດຂອງເຈົ້າແບກນ້ຳຫນັກນ້ອຍທີ່ສຸດ ເຊິ່ງນອກຈາກຈະປະຢັດນ້ຳມັນແລ້ວຍັງຊ່ວຍເຮັດໃຫ້ລົດໃຊ້ງານໄດ້ຍາວນານຂື້ນອີກດ້ວຍ

 

9.ບໍ່ໃຊ້ເກຍຕ່ຳເວລາຂັບລົດລົງພູ : ສຳລັບຄົນທີ່າຂັບເກຍທຳມະດາ ທີ່ຕ້ອງຂັບລົດຂື້ນເຂົາລົງພູເປັນປະຈຳຫາກໃຊ້ເບກໃນການຮັກສາຄວາມໄວເປັນຫລັກພຽງຢ່າງດຽວຍ່ອມເຮັດໃຫ້ເບກແລະດິສເບກມີຄວາມຮ້ອນສູງ ແລະ ອາດເກີດເບກແຕກໄດ້ ນຳມາສູ່ອຸບັດຕິເຫດທີ່ບໍ່ຢາກໃຫ້ເກີດ ສະນັ້ນຜູ້ຂັບຂີ່ຄວນໃຊ້ເກຍຕ່ຳໃຫ້ເຫມາະສົມເພື່ອຮັກສາຄວາມໄວພ້ອມກັບເບກໄປນຳດີກວ່າ

10.ລະເລຍໄຟໂຊເທີງຫນ້າປັດ ແລະ ສິ່ງທີ່ເກີດຂື້ນກັບລົດ: ເມື່ອລົດເລີ່ມມີອາການຜິດປົກກະຕິ ມີສັ່ນຜິດປົກກະຕິ ມີສຽງແປກໆ ບາງທີ່ອາດມີໄຟໂຊທີ່ຫນ້າປັດ ເຊິ່ງເຮົາຄວນນຳລົດມາກວດເຊັກໃຫ້ໄວ ຢ່າປະໄວ້ດົນ ຈົນເລື່ອງເລັກນ້ອຍຈົນໄປເປັນເລື່ອງໃຫຍ່

   ເຫັນບໍ່ທຸກຄົນວ່າສິ່ງເລັກນ້ອຍທີ່ເຮົາບໍ່ສົນໃຈຈາກການຂັບຂີ່ລົດຂອງເຮົານັ້ນ ສາມາດເຮັດໃຫ້ລົດເພໄວຂື້ນ ສະນັ້ນເຮົາຄວນປັບປ່ຽນພຶດຕິກຳການຂັບລົດແບບໃຫມ່ ເພື່ອເຮັດໃຫ້ລົດຂອງພວກເຮົາຍືດອາຍຸການໃຊ້ງານຫຼາຍຂື້ນ ແລະ ຍັງສາມາດລົດຄ່າໃຊ້ຈ່າຍອັນມະຫາສານຈາກການສ້ອມແປງແລະປ່່ຽນອາໄຫຼ່ອີກຕື່ມຂື້ນອີກ

30 November 2020

Viewed 857 time

Engine by shopup.com