ຊ່ວງລ່າງສຽງດັງເກີດມາຈາກໃສແດ່?

ຊ່ວງລ່າງດັງເກີດມາຈາກໃສ?

 

ຊ່ວງລ່າງດັງ ລະວັງລູກຫມາກຫຼົ່ມ

   "ສຽງດັງ" ເປັນສັນຍານທີ່ບົ່ງບອກວ່າປັນຫາຂອງລົດ ແລະ ໂດຍເມື່ອເກີດສຽງແລ້ວມັກມີປັນຫາຢ່າງແນ່ນອນ ໂດຍສະເພາະສຽງຈາກຊ່ວງລ່າງເຊິ່ງເກີດຈາກປັນຫາຫລາກຫລາຍ ທັ້ງນ້ຳຫນັກລົດທີ່ຫລາຍເກີນ ການກະແທກກະເທືອນ ແລະ ນັ້ນເປັນສັນຍານຂອງ"ລູກຫມາກຫລົ່ມ"

  ລູກຫມາກໃນລົດຍົນແຕ່ລະໂຕຈະແບ່ງຫນ້າທີ່ການເຮັດວຽກເປັນສ່ວນໆ ໂດຍເປັນຈຸດຮັບແຮງກະແທກ ຈຸດຫມຸນໃນການຮັບແຮງ ແລະ ຮັບເອົາແຮງກະແທກຕ່າງໆ ເຊິ່ງແຕ່ລະຊະນິດມີຫນ້າທີ່ຕ່າງກັນ ແລະ ການເກີດປັນຫາ ກໍ່ຈະສົ່ງຜົນຕ່າງກັນ ດັ່ງນີ້:

   ລູກຫມາກປີກນົກ: ຍຶດຕິດກັບຊຸດຄຸມລໍ້ ຮັບແຮງກະແທກຈາກຕີນລົດທີ່ຕົກຂຸມ ຈະຫລົ່ມໄດ້ຜ່ານການກະແທກເປັນປະຈຳ ຈາກພື້ນຫົນທາງທີ່ມີຂຸມ ຖ້າຈຸດນນີ້ເປ່ເພຫລືຫລົ່ມກໍ່ຈະໄດ້ຍິນສຽງ ກຸກໆ ຂະນະຂັບ ແລະ ເຮັດໃຫ້ເຈົ້າຄວບຄຸມລົດໄດ້ຍາກຂື້ນ
ລູກຫມາກຄັນສົ່ງ: ເຮັດຫນ້າທີ່ໃນລະບົບພວງມະໄລແບບ"Rack and Pinion" ຊ່ວຍຄວບຄຸມລໍ້ແບບປີກນົກ ແລະ ຮັບແຮງກະແທກຈາກການລ້ຽວ ຫາກມີປັນຫາຈະໄດ້ຍິນສຽນ ແລະ ຮູ້ສຶກໄດ້ວ່າມີໄລຍະການລ້ຽວເພີ່ມກວ່າປົກກະຕິ
ລູກຫມາກແລັກ: ຕິດກັບແລັກພວງມະໄລ"Rack an Pinion" ມີຫນ້າທີ່ຖ່າຍທອດແຮງຈາກການຫມຸນລ້ຽວມາເປັນການເຄື່ອນທີ່ແນວຕັ້ງ ຫາກມີປັນຫາຈະໄດ້ຍິນສຽງ ແລະ ຮູ້ສຶກໄດ້ຮອດອາການຂະຍັບຫລືເຄື່ອນຍ້າຍຜິດປົກກະຕິຂອງພວງມະໄລ ແລະ ໄລຍະການລ້ຽວຜິດປົກກະຕິ
ລູກຫມາກກັນໂຄ້ງ: ມີຫນ້າທີ່ໃນການຮັບແຮງກະແທກ ຍຶດເຫຼັກໃຫ້ນິ່ງ ແລະ ຄົງທີ່ ຕິດຢູ່ດ້ານຫນ້າ ແລະ ຫລັງຂອງລົດ ຊ່ວຍກັນລົດແກວ່ງໄປມາ ຫາກມີປັນຫາຈະໄດ້ຍິນສຽງດັງເມື່ອລົດຕົກຂຸມຫລືລົດອຽງ ອາຍຸການໃຊ້ງານໃກ້ຄຽງກັບໂຊກອັບ 

30 November 2020

Viewed 965 time

Engine by shopup.com