ປະກັນໄພລົດແບບ ສະມ໊າດເຟຣັກໃຫມ່ - AGL

 

ປະກັນໄພລົດແບບ ສະມ໊າດເຟຣັກໃຫມ່

ປະກັນໄພລົດແບບ ສະມ໊າດເຟຣັກໃຫມ່ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ

ປະກັນໄພລົດທີ່ທ່ານສາມາດເລືອກວົງເງິນຄຸ້ມກັນໄດ້ຕາມຄວາມຕ້ອງການຂອງທ່ານ.

ປະກັນໄພລົດແບບສະມ໊າດເຟຣັກສະໜອງໃຫ້ການຄຸ້ມຄອງທ່ານດ້ວຍ...:

1. ຄຸ້ມກັນໂຕລົດຮອບດ້ານ:

ໃຫ້ການຄຸ້ມກັນໂຕລົດຂອງທ່ານແບບຮອບດ້ານຈາກອຸປະຕິເຫດ, ການຕໍາ, ໄຟໄໝ້, ແກ້ວແວ່ນແຕກ, ປີ້ນຂວັ້ມ, ແລະ ລົດຖືກລັກ.

2. ຄຸ້ມກັນຄວາມຮັບຜິດຊອ ທາງແພ່ງຕໍ່ບຸກຄົນທີສາມ:

ຄຸ້ມກັນຄວາມຮັບຜິດຊອບທາງແພ່ງຕໍ່ກັບບຸກຄົນທິີສາມດ້ວຍວົງເງິນທີ່ສູງ ຊື່ງປະກອບມີ 3 ທາງເລືອກ

3. ກຳນົດລາຄາເອງ:

ທ່ານສາມາດກຳນົດຄ່າທຳນຽມປະກັນໄພດ້ວຍໂຕທ່ານເອງ ໂດຍອີງໃສ່ງົບປະມານທີ່ທ່ານມີ ຫຼື ອີງໃສ່ມູນຄ່າຂອງລົດທ່ານ.

4. ລາຄາປະກັນໄພຖືກກວ່າສຳລັບລົດທີ່ມີລາຄາສູງ:

ຍີ່ງລົດທີ່ມີລາຄາສູງລາຄາປະກັນໄພລົດກໍ່ຈະຍິ່ງຖືກລົງ ເມື່ອສົມທຽບໃສ່ປະກັນໄພຄວາມເສຍຫາຍຂອງໂຕລົດໃນປະຈຸບັນ.

5. ລົດໃໝ່ ແລະ ລົດເກົ່າກໍ່ສາມາດຊື້ໄດ້:

ລົດໃໝ່ ຫຼື ລົດທີ່ໄດ້ນຳໃຊ້ແລ້ວເຖິງອາຍຸ 10 ປີຂຶ້ນໄປກໍ່ສາມາດເອົາປະກັນໄດ້.

6. ເລືອກອູ່ສ້ອມແປງໄດ້ຕາມໃຈ:

ເມື່ອລົດຂອງທ່ານມີອຸປະຕິເຫດ ທ່ານສາມາດເລືອກຮ້ານສ້ອມແປງລົດຂອງທ່ານເອງໄດ້.

ເລືອກການຄຸ້ມຄອງລົດ ໂດຍໂຕທ່ານໂດຍເອງອີງໃສ່:

  •    ມູນຄ່າລົດຂອງທ່ານ, ເລີ່ມຕົ້ນທີ່ 40 ລ້ານກີບຂຶ້ນໄປ.
  •    ເລືອກວົງເງິນຄຸ້ມກັນທີ່ທ່ານຕ້ອງການເລີ່ມຕົ້ນຈາກ 3,650,000 ກີບຕໍ່ປີ ຫຼື 10,000 ກີບຕໍ່ມື້
  •    ສາມາດເລືອກຈ່າຍເປັນລາຍ 3 ເດືອນ, 6 ເດືອນ ຫຼື ລາຍປີ

ຜົນປະໂຫຍດໃນເວລາຕໍ່ສັນຍາປະກັນໄພ

ຖ້າຫາກລົດຂອງທ່ານບໍ່ເກີດອຸປະຕິເຫດ ທ່ານຈະໄດ້ຮັບສ່ວນຫຼຸດໃນການຕໍ່ສັນຍາປີຕໍ່ໄປດັ່ງລຸ່ມນີ້:

  •    ປີທີ 1 ບໍ່ເກີດອຸປະຕິເຫດ ຫຼຸດ 10%
  •    ປີທີ 2 ບໍ່ເກີດອຸປະຕິເຫດ ຫຼຸດ 20%
  •    ປີທີ 3 ບໍ່ເກີດອຸປະຕິເຫດ ຫຼຸດ 30%

ໝາຍເຫດ: ກໍລະນີລົດຂອງທ່ານເກີດອຸປະຕິເຫດ ແລະ ມີການຈ່າ ສິນທົດແທນ, ຄ່າທໍານຽມປະກັນໄພ ໃນການຕໍ່ສັນຍາປະກັນໄພປີຕໍ່ໄປ ຈະຖືກນັບຖອຍຫຼັງເທື່ອລະຂັ້ນ ຕໍ່ອຸປະຕິເຫດ 1 ຄັ້ງ ແຕ່ສູງສຸດບໍ່ເກີນ ຄ່າທໍານຽມຕົ້ນຂອງສັນຍາໃໝ່.

 

 

ເຂົ້າເບິ່ງລາຍອຽດຢູ່ເວບ AGL >

04 November 2020

Viewed 1438 time

Engine by shopup.com