ແພັກເກັດປະກັນໄພລົດແບບຮອບດ້ານ (AGL Smart Driving)

 

ແພັກເກັດປະກັນໄພລົດແບບຮອບດ້່ານ (AGL Smart Driving)

ແພັກເກັດປະກັນໄພລົດແບບຮອບດ້ານ (AGL Smart Driving) ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ

ໃຫ້ການຄຸ້ມກັນຄວາມເສຍຫາຍລົດຂອງທ່ານຈາກອຸປະຕິເຫດ ແລະ ຄວາມເສຍຫາຍຂອງບຸກຄົນອື່ນ ດ້ວຍການຈ່າຍຄ່າທໍານຽມປະກັນໄພທີ່ຖືກກວ່າ.

ແພັກເກັດປະກັນໄພລົດແບບຮອບດ້ານ Smart Driving ໃຫ້ການຄຸ້ມຄອງ:

 • ທົດແທນຄວາມເສຍຫາຍຂອງລົດຈາກການຕໍາ, ການປີ້ນຂວັ້ມ, ໄຟໄໝ້, ແກ້ວແວ່ນແຕກ, ແລະລົດຖືກລັກ.
 • ທົດແທນຄວາມເສຍເສຍຫາຍທາງດ້ານຮ່າງກາຍ (ບາດເຈັບ, ເສຍຊີວິດ ແລະ ພິການ) ຂອງຜູ້ຂັບຂີ່, ຜູ້ໂດຍສານ ແລະ ຜູ້ເຄາະຮ້າຍອື່ນໆ (ບຸກຄົນທີສາມ) ດ້ວຍວົງເງິນຄໍ້າປະກັນພິເສດ.
 • ທົດແທນຄວາມເສຍຫາຍ ຕໍ່ວັດຖຸ ຊັບສີນ ຂອງບຸກຄົນທີສາມ.

ຜົນປະໂຫຍດໃນເວລາຕໍ່ສັນຍາປະກັນໄພ

ຖ້າຫາກລົດຂອງທ່ານບໍ່ເກີດອຸປະຕິເຫດ ທ່ານຈະໄດ້ຮັບສ່ວນຫຼຸດໃນການຕໍ່ສັນຍາປີຕໍ່ໄປດັ່ງລຸ່ມນີ້:

Motor Insurance

ໝາຍເຫດ: ກໍລະນີລົດຂອງທ່ານເກີດອຸປະຕິເຫດ ແລະ ມີການຈ່າຍສິນທົດແທນ, ຄ່າທໍານຽມປະກັນໄພ ໃນການຕໍ່ສັນຍາປະກັນໄພປີຕໍ່ໄປ ຈະຖືກນັບຖອຍຫຼັງເທື່ອລະຂັ້ນຕໍ່ອຸປະຕິເຫດ 1 ຄັ້ງ ແຕ່ສູງສຸດບໍ່ລື່ນ ຄ່າທໍານຽມຕົ້ນຂອງສັນຍາໃໝ່.


ຍານພາຫະນະທີ່ຈະນໍາໃຊ້ປະກັນ (AGL Smart Driving Motor Insurance):

 • ສະເພາະລົດເກັງ, ລົດກະບະ, ລົດຈິບ ແລະ ລົດຕູ້ 12 ບ່ອນນັ່ງລົງມາ
 • ລົດທີ່ມີອາຍຸຕໍ່າກວ່າ 7 ປີລົງມາ
 • ມີການກວດກາສະພາບລົດກ່ອນການເຮັດປະກັນໄພ
 
 
ລາຍລະອຽດ ການຄຸ້ມກັນ ແລະ ອັດຕາຄ່າທຳນຽມ
 

04 November 2020

Viewed 1426 time

Engine by shopup.com