ປະກັນໄພລົດແບບຂັບຂີ່ສະບາຍ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ - AGL

 

ປະກັນໄພລົດແບບຂັບຂີ່ສະບາຍ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ

      ບປລ ປະກັນໄພລົດແບບຂັບຂີ່ສະບາຍ (worry free driving) ໃຫ້ທ່ານຂັບຂີ່ຢ່າງສະບາຍໃຈໂດຍບໍ່ຕ້ອງ ກັງວົນກັບຄ່າໃຊ້ຈ່າຍທີ່ອາດເກີດຂື້ນຈາກອຸປະຕິເຫດບໍ່ວ່າທ່ານຈະເປັນຝ່າຍຜິດ ຫຼື ຖືກກໍ່ຕາມ ເພາະວ່າ ລົດຂອງທ່ານຈະໄດ້ຮັບການຄຸ້ມກັນຈາກປະກັນໄພລົດແບບຂັບຂີ່ສະບາຍ. ປະກັນໄພລົດແບບຂັບຂີ່ສະບາຍ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ AGL WYFI ເປັນການປະກັນທີ່ສະດວກສະບາຍ ແລະ ໃຫ້ການຄຸ້ມຄອງ ລົດຂອງທ່ານດ້ວຍສອງທາງເລືອກຄື: -WYFI ແລະ -WYFI+.

ປະກັນໄພລົດ ແບບຂັບຂີ່ສະບາຍ ຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ AGL WYFI ໃຫ້ການຄຸ້ມຄອງທ່ານ 4 ຢ່າງໃນສັນຍາດຽວ:

1. ໃຫ້ການຄຸ້ມກັນຄວາມເສຍຫາຍລົດຂອງທ່ານທີ່ເກີດຈາກອຸບັດຕິເຫດການຕຳກັບຍານພາຫະນະອື່ນ ທີ່ແລ່ນດ້ວຍເຄື່ອງຈັກ ຫຼື ພະລັງງານໄຟຟ້າ ແລະ ສາມາດລະບຸຄູ່ກໍລະນີໄດ້ ບໍ່ວ່າທ່ານຈະເປັນຄົນຖືກ ຫຼື ຜິດ ກໍ່ຕາມ ໃນວົງເງິນປະກັນສູງສຸດເຖິງ 40 ລ້ານກີບ ຕໍ່ອຸປະຕິເຫດນຶ່ງຄັ້ງ.

2. ໃຫ້ການຄຸ້ມກັນຜູ້ຂັບຂີ່ ແລະ ຄົນໂດຍສານໃນລົດທີ່ເກີດອຸປະຕິເຫດ.
3. ຄຸ້ມກັນຄວາມຮັບຜິດຊອບຕໍ່ບຸກຄົນທີສາມສູງຂຶ້ນຊຶ່ງລວມມີ:
  •    ຄ່າໃຊ້ຈ່າຍໃນການປິ່ນປົວ.
  •    ທົດແທນຄ່າເສຍຊີວິດແກ່ຄອບຄົວຜູ້ເສຍຊີວິດ
  •    ທົດແທນຄ່າພິການຖາວອນທັງໝົດ
  •    ຄວາມເສຍຫາຍທາງດ້ານວັດຖຸ

4. ຄໍ້າປະກັນການປົກປ້ອງສິດ ແລະ ຮຽກຮ້ອງທົດແທນຄືນ.

ເງື່ອນໄຂໃນການຊື້ປະກັນໄພລົດແບບຂັບຂີ່ສະບາຍ ມີດັ່ງນີ້:

  •   ສະເພາະລົດເກງ, ລົດກະບະ, ລົດຈິບ ແລະ ລົດຕູ້ 12 ບ່ອນນັ່ງລົງມາ
  •   ບໍ່ຕ້ອງກວດກາສະພາບລົດກ່ອນເຮັດປະກັນໄພ
  •   ບໍ່ຈໍາກັດລຸ້ນ ແລະ ອາຍຸການໃຊ້ງານຂອງລົດ
  •   ຄ່າທຳນຽມປະກັນໄພຄົງທີ່ ບໍ່ວ່າຈະຕໍ່ສັນຍາ ຫຼື ສັນຍາໃໝ່

 

ລາຍລະອຽດ ການຄຸ້ມກັນ ແລະ ອັດຕາຄ່າທໍານຽມ 

ເຂົ້າເບິ່ງລາຍລະອຽດຂອງເວບ AGL >

 

04 November 2020

Viewed 1216 time

Engine by shopup.com