ປະກັນໄພລົດຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນຜູ້ທີ່ສາມ - AGL

                                  

ປະກັນໄພລົດຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີ່ສາມ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ

   ອີງຕາມກົດໝາຍວ່າດ້ວຍການປະກັນໄພ, ຍານພາຫະນະ ທຸກຊະນິດ ທີ່ນໍາໃຊ້ສັນຈອນໃນ ສປປ ລາວ ຕ້ອງມີປະກັນໄພ ເພື່ອຄຸ້ມຄອງຜູ້ທີ່ໄດ້ຮັບເຄາະຮ້າຍ ໃນກໍລະນີທີ່ມີອຸປະຕິເຫດບົນທ້ອງຖະໜົນ.

   ປະກັນໄພລົດ ຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີ່ສາມ ຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໃຫ້ການຄຸ້ມກັນຄວາມຮັບຜິດຊອບຂອງທ່ານຕໍ່ກັບຄ່າໃຊ້ຈ່າຍ ຕໍ່ບຸກຄົນທີສາມ ໃນກໍລະນີເກີດອຸປະຕິເຫດ.

  ບໍ່ວ່າທ່ານຈະເປັນຜູ້ຂັບຂີ່ ລົດຕຸກຕຸກ, ລົດກະບະ, ລົດຈັກ, ຫຼື ລົດບັນທຸກ. ທ່ານຄວນມີປະກັນໄພລົດ ຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີ່ສາມ ໄວ້ສຳລັບລົດຂອງທ່ານ.

   ເຖິງວ່າທ່ານ ຈະເປັນຜູ້ມີປະສົບການ ແລະ ມີຄວາມລະມັດລະວັງ ໃນການຂັບລົດ, ທ່ານອາດຈະມີສ່ວນ ໃນອຸປະຕິເຫດບົນທ້ອງຖະໜົນ ແລະ ອາດຈະມີຜູ້ເຄາະຮ້າຍທີ່ໄດ້ຮັບບາດເຈັບ ຫຼື ເສຍຊິວິດຈາກອຸບັດ ຕິເຫດນັ້ນໆ. ດັ່ງນັ້ນ ທ່ານຈີ່ງສະບາຍໃຈໄດ້ວ່າທ່ານຈະໄດ້ຮັບການທົດແທນຄ່າເສຍຫາຍໃຫ້ຄູ່ກໍລະນີ ດັ່ງລຸ່ມນີ້:

  •   ຄ່າປິ່ນປົວ ແລະ ຄ່າໂຮງໝໍໃນກໍລະນີທີ່ໄດ້ຮັບບາດເຈັບ
  •   ຊົດເຊີຍກໍລະນີພິການຖາວອນ
  •   ການຊົດເຊີຍການເສຍຊີວິດ ກັບຄອບຄົວຜູ້ຖືກເຄາະຮ້າຍ
  •   ທົດແທນຄ່າສ້ອມແປງກໍລະນີມີຄວາມເສຍຫາຍຂອງວັດຖຸ

ໝາຍເຫດ: ປະກັນໄພລົດ ຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີສາມໃຫ້ການຄຸ້ມກັນສະເພາະຄວາມເສຍຫາຍຂອງບຸກຄົນອື່ນທີ່ໄດ້ຮັບ ຜົນກະທົບຈາກອຸປະຕິເຫດທີ່ທ່ານເປັນຕົ້ນເຫດ.

 

ລາຍລະອຽດ ການຄຸ້ມກັນ ແລະ ອັດຕາຄ່າທຳນຽມ

 

ເຂົ້າເບິ່ງລາຍລະອຽດຂອງເວບ AGL

04 November 2020

Viewed 1486 time

Engine by shopup.com