ການເລືອກລາຍຢາງໃຫ້ເຫມາະສົມກັບລົດຂອງເຮົາ

ການເລືອກຢາງລົດໃຫ້ເຫມາະສົມກັບລົດຂອງເຮົາ

 

 ລາຍຢາງລົດຍົນມີຫລາຍແບບ ແລະ ມີຄຸນສົມບັດທີ່ແຕກຕ່າງກັນໄປ ສະນ້ນການເລືອກລາຍຢາງ ຕ້ອງເລືອກໃຫ້ເຫມາະສົມກັບລົດ ແລະ ສະພາບຂອງຫົນທາງບ້ານເຮົາຫລາຍທີ່ສຸດ ເຊິ່ງລາຍຢາງມີປະໂຫຍດໃນການໃຊ້ຍຶດເກາະຫົນທາງ ແລະຊ່ວຍລີດນ້ຳເວລາຂັບລົດລຸຍນ້ຳ ເຮັດໃຫ້ການຂັບຂີ່ເປັນຢ່າງດີ ແລະ ປອດໄພຫລາຍຄົນ ເຊິ່ງລາຍຢາງລົດກໍ່ຈະມີທັງຫມົດ 4 ແບບ ເຊິ່ງແຕ່ລະແບບກໍ່ຈະມີຄຸນສົມບັດທີ່ແຕກຕ່າງກັນໄປ ຄື:
1.ລາຍຢາງແບບລະອຽດ:
  ເປັນລາຍລົດຍົນທີ່ມີລັກສະນະເປັນແນວຍາວຕາມເສັ້ນຮອບວົງຢາງ ເໝາະສົມກັບລົດຍົນທີ່ໃຊ້ງານທົ່ວໄປ ຫຼື ໃຊ້ກັບລົດຍົນທີ່ແລ່ນເທິງຫົນທາງລຽບ
2.ລາຍຢາງແບບບັ້ງ:         ເປັນລາຍຢາງທີ່ມີລ່ອງລຶກ ລັກສະນະເປັນບັ້ງແນວຂວາງ ໂດຍລາຍຢາງແບບບັ້ງນີ້ ມີອາຍຸການໃຊ້ງານດົນນານ ແລະ ທົນທານກວ່າແບບລະອຽດ ເໝາະສົມກັບຫົນທາງທີ່ເປັນຂຸມ
3.ລາຍຢາງແບບປະສົມ:     ເປັນການຂອງລາຍຢາງແບບລະອຽດແລະແບບບັ້ງຢູ່ໃນຫນ້າດຽວກັນ ໂດຍດອກລະອຽດຈະຢູ່ກາງ ສ່ວນແບບບັ້ງຈະຢູ່ຂະຫນານທັງສອງຂ້າງ ໃຊ້ງານໄດ້ດີທັ້ງຫົນທາງລຽບແລະຫົນທາງທີ່ເປັນຂຸມ

 

4.ລາຍຢາງແບບບ໋ອກ:        ລາຍຢາງປະເພດນີ້ມີລັກສະນະເປັນລ່ຽມຫລືວົງມົນ ມີປະສິດທິພາບ ໃນທາງເປັນຂຸມ ແລະ ຕົມໂດຍສະເພາະ ສະນັ້ນ ຈຶ່ງເຫມາະສົມກັບລົດອ໊ອບໂລດ ຫລື ໂຟວິນ ທີ່ມັກໃນການບຸກປ່າແບບລຸຍໆ       

 

30 November 2020

Viewed 1109 time

Engine by shopup.com