Allianz Insurance - AUTO ONE BILLION

 Allianz General Laos

ບໍລິສັດ ອາລິອັນສ໌ ປະກັນໄພລາວ

ກ່ຽວກັບປະກັນໄພ ອາລິອັນສ໌

  ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ) ຖືກສ້າງຕັ້ງຂຶ້ນໃນປີ 1990 ເປັນບໍລິສັດຮ່ວມທຶນ ລະຫວ່າງ ກະຊວງ ການເງິນ ແຫ່ງ ສປປ ລາວ (ຖືຫູ້ນ 49%)ກັບ ບໍລິສັດ Allianz Finance 2 Luxembourg SARL (ຖືຫຸ້ນ 51%) ຊຶ່ງເປັນບໍລິສັດລະດັບນໍາໜ້າ ຂອງໂລກໃນການໃຫ້ບໍລິການທາງດ້ານການເງິນ ແລະ ການປະກັນໄພ.

  ໃນປັດຈຸບັນ, ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ) ໃຫ້ການຕອບສະໜອງຜະລິດຕະພັນປະກັນໄພຢ່າງຮອບ ດ້ານໃນຫຼາຍຂົງເຂດ ແກ່ລູກຄ້າທີ່ເປັນລາຍບຸກຄົນ ລວມທັງລູກຄ້າ ທີ່ເປັນນິຕິບຸກຄົນ ກໍ່ຄືບໍລິສັດ. ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ) ໄດ້ພັດທະນາຜະລິດຕະພັນປະກັນໄພຫຼາຍດ້ານ ເພື່ອຕອບສະໜອງຄວາມ ຕ້ອງການຂອງລູກຄ້າ ຊຶ່ງໃນນັ້ນ ລວມມີ ປະກັນໄພລົດ, ປະກັນໄພທີ່ຢູ່ອາໄສ ແລະ ປະກັນສຸຂະພາບຊຶ່ງເປັນຄວາມ ສ່ຽງອັນຕົ້ນຕໍສໍາລັບປະຊາຊົນ ແລະ ທັງເປັນການປະກອບສ່ວນຕໍ່ການພັດທະນາສັງຄົມ. ນອກນີ້ ບປລ ຍັງມີ ການບໍລິການປະກັນໄພຄຸ້ມກັນຄວາມສ່ຽງ ສໍາລັບປະເພດທຸລະກິດ, ສໍາລັບນັກລົງທືນ ທັງພາຍໃນ ແລະ ຕ່າງປະເທດ ທີ່ຄອບຄຸມຕັ້ງແຕ່ທຸລະກິດຂະໜາດນ້ອຍໄປຈົນເຖິງໂຄງການກໍ່ສ້າງພັດທະນາ ແລະ ໂຄງລ່າງພື້ນຖານ ຂອງປະເທດ.

 
 
 
 
 
 
 
ປະກັນໄພລົດຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນຜູ້ທີ່ສາມ
ຄຸ້ມກັນຄວາມຮັບຜິດຊອບ ຂອງທ່ານ ຕໍ່ບຸກຄົນອື່ນ ທີ່ໄດ້ຮັບຄວາມເສຍຫາຍ ຈາກອຸປະຕິເຫດ
ອ່ານເພີ່ມເຕີມ 
ປະກັນໄພລົດຂັບຂີ່ແບບສະບາຍ
ຄຸ້ມກັນລົດຂອງທ່ານ ຈາກການຕໍາ ກັບຍານພາຫະນະ ທີ່ແລ່ນດ້ວຍເຄື່ອງຈັກ ຫຼື ພະລັງງານໄຟຟ້າ ໃນລາຄາເລີ່ມຕົ້ນ 2,000,000 ກີບ/ປີ
ອ່ານເພີ່ມເຕີມ 
ປະກັນໄພລົດຮອບດ້ານ Smart Driving

ຄຸ້ມກັນລົດຂອງທ່ານ ຈາກອຸປະຕິເຫດການຕໍາ, ປີ້ນຂ້ວມ,ລົດຖືກລັກ, ແລະ ໄຟໄໝ້ ລາຄາເລີ່ມຕົ້ນ 5,000,000 ກີບ/ປີ

ອ່ານເພີ່ມເຕີມ 
ປະກັນໄພລົດຮອບດ້ານ Smart Flex

ຄຸ້ມກັນລົດຮອບດ້ານ ໂດຍທີ່ທ່ານສາມາດເລືອກວົງເງິນ ຄຸ້ມກັນໄດ້. ເຊິ່ງລາຄາແມ່ນໂຄດຄຸ້ມ

ອ່ານເພີ່ມເຕີມ 


04 November 2020

Viewed 1790 times

Engine by shopup.com