ການດຶງ-ຍູ້ - AUTO ONE BILLION

 
ການດຶງຊິ້ນສ່ວນ

  ສຳລັບການດຶງເພື່ອໃຫ້ຊິ່ນສ່ວນທີ່ຖືກກະແທກ ຫລື ຊິ້ນສວນທີ່ຖືກຕຳມາແລ້ວຍຸບໂຕເຂົ້າໄປ ເຮັດໃຫ້ຕ້ອງດຶງອອກມາເພື່ອໃຫ້ໄດ້ຮູບຊົງເດີມ ແຕ່ການດຶງອອກນັ້ນດຶງດ້ວຍຄ້ອນຫລືແຮງຄົນບໍ່ໄດ້ ຕ້ອງມີເຄື່ອງມືຊ່ວຍໃນການດຶງເອົາສ່ວນທີ່ຍຸບເຂົ້າໄປຫນັກຈາກອຸບັດຕິເຫດທີ່ຮ້າຍແຮງນັ້ນອອກມາ ເຊ່ິງເຮົາໃຊ້ເຄື່ອງດຶງຕົວຖັງ sheet metal puller ທີ່ສາມາດດຶງຊິ້ນສ່ວນທີ່ຍຸບຫນັກອອກມາໄດ້ ດ້ວຍແຮງດັນຂອງນ້ຳມັນ ໄຮດູຣິກ ເຊິ່ງເກາະຢູ່ໃນພື້ນທີ່ມີເຫຼັກຂັດລ໋ອກໄວ້ຢ່າງແຫນ້ນຫນາ

images
                       images
 
ມີພື້ນຮ່ອງ

           ພື້ນຮ່ອງນັ້ນມີຄວາມສຳຄັນຫລາຍໃນການດຶງແລະຍູ້ເພາະມີໄວ້ໃນການລ໋ອກຕົວດຶງຕົວຖັງ ແລະ ໄວ້ໃນການຄ້ຳບັ້ງໄຮດຸຣິກ ທີ່ຊ່ວຍໄວ້ໃນການຍູ້ແລະດັນສ່ວນທີ່ມັນສວດແລະໂນນອອກມາ ຖ້າບໍ່ມີຮ່ອງໂຕນີ້ກໍ່ຈະຍາກລຳບາກໃນການດຶງແລະຍູ້

 
 
ມີບັ້ງໄຮດູຣິກຊ່ວຍຍູ້

ສຳລັບບັ້ງໄຮດູຣິກນັ້ນເປັນສ່ວນສຳຄັນໃນການຍູ້ສ່ວນທີ່ມັນຍັງບໍ່ໄດ້ມາດຕະຖານເຂົ້າ-ອອກ ແລະ ສ່ວນທີ່ເປັນເຫລັກໜາເຊັ່ນຄັນຊີ ເປັນຕົ້ນ ທີ່ນາຍຊ່າງບໍ່ສາມາດເອົາຄ້ອນເຄາະໄດ້ ກໍ່ຈະເອົາໂຕນີ້ເຂົ້າມາຊ່ວຍເພື່ອໃຫ້ຕົວຖັງແລະຄັນຊີໄດ້ມາດຕະຖານຫລາຍຂື້ນນັ້ນເອງ

     ເຊິ່ງບັ້ງໄຮດູຣິກນີ້ຍັງມີຂໍ້ຕໍ່ຫລາຍແບບເຊິ່ງແຕ່ລະແບບກໍ່ຈະມີລັກສະນະ ແລະ ຄວາມສາມາດທີ່ແຕກຕ່າງກັນໄປ ມີແບບນ້ອຍແລະໃຫຍ່ ເຫມະສົມແກ່ການດັນປລະຍູ້ຕາມຮູບແບບຂອງລົດ

images


24 October 2020

Viewed 1944 times

Engine by shopup.com