ການຈອດເຊື່ອມ - AUTO ONE BILLION

ການຈອດ-ເຊື່ອມ

       ສຳລັບການຈອດການເຊື່ອມແມ່ນພວກເຮົາໃຊ້ການຈອດເຊື່ອມດ້ວຍ ອົກຊີ ແລະ ໄອກ້ອນ ທີ່ມີຄວາມສາມາດທີ່ແຕກຕ່າງກັນໄປ ເຊິ່ງແຕ່ລະຢ່າງກໍ່ມີຄວາມປອດໄພແລະມີຄຸນນະພາບຢ່າງແນ່ນອນ ເພາະວ່ານາຍຊ່າງຈອດເຊື່ອມນັ້ນມີຄວາມຊຳນານໃນດ້ານນີ້ພໍສົມຄວນ ເຊັ່ນການຈອດຄັນຊີລົດ ການຈອດແກ້ມລົດເປັນຕົວຢ່າງ ເຊິ່ງສູນເຮົາໃຊ້ສອງລະບົບນີ້ໃນການຈອດເຊັ່ນ

  • ການຈອດເຊື່ອມດ້ວຍອົກຊີ: ການຈອດແບບອົກຊີນີ້ ໄວ້ສະເພາະເຫຼັກບາງ ບໍ່ເກີນ5mm ເອົາໄວ້ໃນການເຊື່ອມເຫຼັກຕໍ່ເຫຼັກທີ່ຢູ່ແປະກັນ ເຊັ່ນ:ການຈອດແກ້ມລົດ,ປະຕູລົດ,ຝາທ້າຍ ເປັນຕົ້ນ ແຕ່ການຈອດອົກຊີນີ້ກໍ່ຕ້ອງມີຄວາມລະມັດລະວັງຫລາຍເພາະຖ້າເກີດແກ໊ສທີ່ຢູ່ພາຍໃນບັ້ງຂື້ນມາອາດເຮັດໃຫ້ເກີດອັນຕະລາຍໄດ້
  • ການຈອດເຊື່ອມແບບໄອກ້ອນ: ການຈອດແບບນີ້ເຫມາະສົມແກ່ການຈອດເຫຼັກ ເຊັ່ນ:ຄັນຊີ,ປີກນົກ ເປັນຕົ້ນ ເຊິ່ງການຈອດແບບນີ້ຈະເຮັດໃຫ້ເຈັບຕາຖ້າບໍ່ມີການປ້ອງກັນທີ່ດີ
                             
 
             
           ເຄື່ອງຈອດ-ເຊື່ອມແບບອົກຊີ
 
  
 
          ເຄື່ອງຈອດ-ເຊື່ອມແບບໄອກ້ອນ
     


24 October 2020

Viewed 2124 times

Engine by shopup.com