ການປ່ຽນນ້ຳມັນເຄື່ອງ - AUTO ONE BILLION

 
ຄວາມສຳຄັນຂອງນ້ຳມັນ
ເຄື່ອງ

   ກາານປ່ຽນນ້ຳມັນເຄື່ອງເປັນສິ່ງສຳຄັນຫລາຍເພາະວ່າປຽບເໝືອນເປັນເສັ້ນເລືອດທີ່ຫລໍ່ລ້ຽງເຄື່ອງຍົນໃຫ້ເຮັດວຽກໄດ້ດີ ສະນັ້ນເຮົາຈຶ່ງຄວນໃສ່ໃຈກັບການປ່ຽນນ້ຳມັນເຄື່ອງ ດັ່ງນີ້:

  •  ການປ່ຽນນ້ຳມັນເຄື່ອງເພື່ອໃຫ້ລົດມີອາຍຸການໃຊ້ງານ ຄວນປ່ຽນເມື່ອຮອດກຳນົດສະເຫມີ ປົກກະຕິແລ້ວອາຍຸການໃຊ້ງານຂອງນ້ຳມັນເຄື່ອງຢູ່ທີ່ 5000 ກິໂລແມັດ ແລະ 10000ກິໂລແມັດ ຖ້າແມ່ນນ້ຳມັນເຄື່ອງສັງເຄາະ 100% 
  •  ລົດຈອດໄວ້ບໍ່ໄດ້ໃຊ້ງານ ຈຳເປັນຕ້ອງປ່ຽນນ້ຳມັນເຄື່ອງເຊັ່ນກັນ ເພາະນ້ຳມັນເຄື່ອງຈະເຮັດປະຕິກິລິຍາກັບອາກາດ ເຮັດໃຫ້ນ້ຳມັນເຄື່ອງເສື່ອມຄຸນນະພາບລົງເລື່ອຍໆ
  • ອາກາດຫນາວເຮັດໃຫ້ປ່ຽນນ້ຳມັນເຄື່ອງຖີ່ຂື້ນ ເພາະຖ້າອາກາດຫນາວເຮັດໃຫ້ລົດສະຕາດຍາກ ເຊິ່ງໃນຊ່ວງທີ່ເຮົາຄ່ອຍໆສະຕາດລົດການເຜົາໄຫມ້ຍັງບໍ່ສົມບູນດີພໍ ເຮັດໃຫ້ນ້ຳມັນເຊື້ອເພີງເຜົາໄຫມ້ບໍ່ຫມົດ ແລະອາດເຮັດໃຫ້ຕົກລົງປົນກັບນ້ຳມັນເຄື່ອງ ເຊິ່ງເປັນເຫດໃຫ້ປ່ຽນນ້ຳມັນເຄື່ອງຖີ່ຂື້ນ
  •  ຄວນປ່ຽນໄສ້ກອງນ້ຳມັນເຄື່ອງພ້ອມກັບການປ່ຽນນ້ຳມັນເຄື່ອງທຸກໆຄັ້ງ ເພື່ອຊ່ວຍໃຫ້ນ້ຳມັນເຄື່ອງເຮັດຢ່າງມີປະສິດທິພາບຫລາຍຂື້ນ
 
images
images
 

 
ປ່ຽນນ້ຳມັນເຄື່ອງນ້ຳສູນ
ເຮົາມີດີຫຍັງແດ່?

        ທຸກຄົນຄົງຮູ້ດີແລ້ວວ່າການປ່ຽນນ້ຳມັນເຄື່ອງນັ້ນມີຄວາມສຳຄັນຫລາຍ ແຕ່ທຸກຄົນອາດຍັງບໍ່ຮູ້ວ່າການປ່ຽນນ້ັນຕ້ອງມີຄວາມລະອຽດ ລະມັດລະວັງແນວໃດ ເຊິ່ງທາງສູນສ້ອມແປງຂອງພວກເຮົານັ້ນມີຄວາມລະອຽດທຸກຂັ້ນຕອນແລະໂປຣໂມຊັ່ນເຊັ່ນ:

  •  ເມື່ອປ່ຽນນ້ຳມັນເຄື່ອງຈະໄດ້ລ້າງລົດຟຣີ
  •  ມີບໍລິການກວດເຊັກຟຣີເມື່ອປ່ຽນນ້ຳມັນເຄື່ອງ
  •  ພວກເຮົາມີນ້ຳມັນເຄື່ອງຫລາຍຍີ່ຫໍ້ທີ່ມີຄຸນນະພາບໃຫ້ທ່ານເລືອກໃຊ້ໄດ້ຫລາຍ
  •  ພວກເຮົາມີຄວາມລະອຽດວິຖີວິຖັນທຸກໆຂັ້ນຕອນ ແລະ ຍັງນຳກອງອາກາດແອ ແລະ ຈັກມາອານາໄມໃຫ້ອີກ
 
 
 


06 November 2020

Viewed 2176 times

Engine by shopup.com