ເສຍຄ່າທຳນຽມທາງ

ຄ່າທຳນຽມທາງ

    ຄ່າທຳນຽມທາງ ແມ່ນການກຳນົດຄ່າຢຽບທາງ ຂອງຍນພາຫະນະ ທີ່ເປັນກຳມະສິດຂອງບຸກຄົນ,ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວທຸລະກິດໃນດິນແດນຂອງ ສປປ ລາວ ລ້ວນແລ້ວແຕ່ມີພັນທະເສຍຄ່າທຳນຽມທາງ

     ເຊິ່ງສູນສ້ອມແປງລົດຄົບວົງຈອນ ໂອໂຕວັນບິວລ່ຽນ ກໍຮັບເສຍຄ່າທາງເຊັ່ນດຽວກັນ ເຊິ່ງລາຄາແມ່ນຂື້ນກັບ ຊີຊີ ຂອງລົດນັ້ນໆ ແລະ ກົດລະບຽບກໍອີງຕາມຂໍ້ຕົກລົງຂອງພາກສ່ວນທີ່ກ່ຽວຂ້ອງ ຖ້າມີການເສຍຄ່າທາງຊ້າກ່ອນກຳນົດໄວ້ ຈະຖືກປັບໄຫມຕາມໄລຍະເວລາ ແລະ ຊີຊີຂອງລົດນຳ

   ຍານພາຫາະນະທີ່ຖືກເສຍຄ່າທາງ

           ຍານພາຫະນະທີ່ຕ້ອງເສຍຄ່າທາງມີດັ່ງນີ້:

  • ລົດຈັກສອງລໍ້,ລົດສາມລໍ້
  • ລົດຂົນສົ່ງຂະຫນາດນ້ອຍ,ກາງ ແລະ ໃຫຍ່
  • ລົດທີ່ນຳເຂົ້າຊົ່ວຄາວເພື່ອຮັບໃຊ້ໂຄງການ ແລະ ມີການກຳນົດເວລາ ເຊິ່ງໄດ້ຮັບອະນຸຍາດຂື້ນທະບຽນ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ

   ຍານພາຫະນະທີ່ຖືກຍົກເວັ້ນຄ່າທຳນຽມທາງ

         ຍານພາຫະນະທີ່ຖືກຍົກເວັ້ນເສຍຄ່າທຳນຽມທາງມີດັ່ງນີ້:

  • ຍານພາຫະນະທີ່ຮັບໃຊ້ວິຊາສະເພາະຂອງອົງການຕັ້ງລັດບໍລິຫານ-ວິຊາການ,ສະມາຄົມ,ມູນນິທິ ທີ່ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ ເຊິ່ງໄດ້ຮັບອະນຸຍາດຈາກຂະແຫນງທີ່ກ່ຽວຂ້ອງ ເຊັ່ນ:ລົດກູ້ໄພ,ລົດຮັບ-ສົ່ງຄົນເຈັບຂອງໂຮງຫມໍ,ລົດດັບເພີງ,ລົດຖ່າຍທອດວິທະຍຸ-ໂທລະພາບ ແລະ ລົດຮັບໃຊ້ລວມຂອງບັນດາສູນເສຍອົງຄະ
  • ຍານພາຫະນະຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໂດຍກົງ (ບໍ່ລວມເອົາລົດຮັບໃຊ້ວຽກງານບໍລິຫານອົງການຕ່າງໆ)
  • ລົດກົນຈັກຫນັກເຊັ່ນ: ລົດຕັກ,ລົດຈົກ-ຕັກ,ລົດຕັກຂະຫນາດນ້ອຍ,ລົດຈົກ,ລົດດຸດ,ລົດກວດ,ລົດຍົກຍໍ,ລົດໂລ,ລົດບັນທຸກພາຍໃນສະຫນາມໂຄງການກໍ່ສ້າງ,ລົດຊີເຈາະ,ລົດຂົນສົ່ງວັດສະດຸພາກສະຫນາມໂຄງການກໍ່ສ້າງ,ລົດໂລແບບສັ່ນສະເທືອນ,ລົດສີດທາງປູຢາງ,ລົດປູຢາງອາສະຟານ,ລົດໄຖ,ລົດກວດຕີນຢາງ,ລົດຕັກຕີນຢາງ
  • ຍານພາຫະນະຂອງສະຖານທູດ,ສະຖານກົງສູນ,ອົງການຈັດຕັ້ງສາກົນທີ່ປະຈຳການຢູ່ ສປປ ລາວ
  • ຍານພາຫະນະຮັບໃຊ້ສຳລັບຜູ້ເສຍອົງຄະ ແລະ ຄົນພິການ
 

05 October 2022

Viewed 1347 time

Engine by shopup.com