ກວດກາເຕັກນິກ 

ສູນກວດກາເຕັກນິກ 

  ສູນກວດເຕັກນິກລົດ ໂອໂຕວັນບິວລ່ຽນ ແມ່ນສູນທີ່ໄດ້ຮັບການອະນຸຍາດເປີດສູນຈາກກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງຖືກຕ້ອງຕາມກົດຫມາຍ ມີເຄື່ອງກວດກາລົດທີ່ຄົບຖ້ວນ ບໍ່ວ່າຈະເປັນເຄື່ອງທົດສອບເບຣກ 2 ເພົາ ມີເຄື່ອງຕັ້ງຄວາມສູງ-ຕ່ຳຂອງໄຟລົດ ພ້ອມເຄື່ອງວັດສຽງທໍ່ໄອເສຍ ແລະ ເຄື່ອງວັດຄວນດຳ ເຊິ່ງຄ່າລ້ວນແລ້ວແຕ່ເອົາມາດຕະຖານຂອງກະຊວງໂຍທາ ແລະ ມີໃບເກັບເງິນ ພ້ອມສະຕິກເກີເຕັກນິກ ທີ່ຖືກຕ້ອງຕາມກົດລະບຽບ ສ່ວນລາຄາແມ່ນລາຄາດຽວກັບສູນທົ່ງປົ່ງ

images
 

ລົດທີ່ສາມາດກວດໄດ້

  ເຊິ່ງສູນພວກເຮົາແມາ່ນຮັບກວດແຕ່ປະເພດລົດເບົາແລະລົດຈັກ ສ່ວນລົດບັນທຸກແມ່ນບໍ່ສາມາດເຮັດໄດ້   ສູນກວດກາເຕັກນິກໂອໂຕວັນບິວລ່ຽນ ຕັ້ງຢູ່ບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍເປີດໃຫ້ບໍລິການ ແຕ່ວັນຈັັນ-ວັນເສົາ ຕັ້ງແຕ່ 08:00-17:00 

 

images

 

ສິ່ງທີ່ຕ້ອງໄດ້ກຽມມາ

  • ລົດທີ່ຈະກວດ ຕ້ອງໄດ້ເອົາມາ
  • ປື້ມເຫຼືອງ ຫ້າມລືມເດັດຂາດເພາະເຮົາຈະໄດ້ເອົາຂໍ້ມູນ ແລະ ໄດ້ຈ້ຳກາວັນທີ່ກວດ,ວັນຫມົດອາຍຸ ຖ້າລືມເຮົາຈະບໍ່ກວດໃຫ້
 
images

05 October 2022

Viewed 1438 time

Engine by shopup.com