ລະບົບເບຣກ

 ກວດເຊັກຜ້າເບຣກ ແລະ ລະບົບເບຣກ
 

  ການນຳລົດເຂົ້າກວດເຊັກຜ້າເບຣກນັ້ນຈຳເປັນ ເຊິ່ງເຮົາຄວນກວດເຊັກເຊັກຜ້າເບຣກທຸກໆ 20,000 ກມ ຫຼື ຢ່າງນ້ອຍປີລະຄັ້ງ ຖ້າທ່ານນຳລົດເຂົ້າມາກວດເຊັກທີ່ສູນສ້ອມແປງຂອງພວກເຮົາ ນອກຈາກຈະໄດ້ຮັບການກວດເຊັກຟຣີແລ້ວ ຊ່າງຜູ້ຊ່ຽວຊານຂອງພວກເຮົາຈະກວດເຊັກລະບົບເບຣກເບື້ອງຕົ້ນວ່າຍັງສາມາດເຮັດວຽກໄດ້ດີ ກວດຫາວ່າມີການສຶກຫຼໍ ຫຼື ບໍ່ ລວມທັງກວດເຊັກປັນຫາຕ່າງໆກ່ຽວກັບລະບົບເບຣກ

 
images
 ປ່ຽນຜ້າເບຣກ
 

  ຜ້າເບຣກນັ້ນເປັນສ່ວນສຳຄັນຂອງການຂັບເຄື່ອນທຸກຮູບແບບຂອງຜູ້ໃຊ້ລົດເພື່ອປ້ອງກັນແລະຊ່ວຍລົດການເກີດອຸບັດຕິເຫດໃຫ້ເຫຼືອນ້ອຍທີ່ສຸດເຊິ່ງເຮົາຄວນຜ້າເບຣກເມື່ອລະບົບເບຣກມີອາການດັ່ງນີ້:

  1. ປ່ຽນຜ້າເບຣກເມື່ອມີຄວາມໜານ້ອຍກວ່າ 4 ມມ. ແລະ ກ້າມເບຣກມີຜ້ານ້ອຍກວ່າ 1 ມມ. ຫຼືຜ້າເຫຼືອນ້ອຍກວ່າ 30%
  2. ປ່ຽນຜ້າເບຣກເມື່ອມີຄາບນ້ຳມັນຫຼືກະແລັດຫຼາຍກວ່າປົກກະຕິ
  3. ປ່ຽນຜ້າເບຣກທັນທີທີ່ເຫັນຮອຍແຕກທີ່ດິສເບກຫຼືກ້າມເບຣກ
  4. ປ່ຽນຜ້າເບຣກທຸກໆ 25,000 ກມ. ຂື້ນຢູ່ກັບລັກສະນະການຂັບ ແລະ ການໃຊ້ເບຣກ ຫາກບັນທຸກເຄື່ອງໜັກ ແລະ ຂັບລົດດ້ວຍຄວາມໄວສູງ ອາຍຸຜ້າເບຣກອາດຈະສັ້ນກວ່ານັ້ນ ຫາກເປັນຜ້າເບຣກທີ່ມີສ່ວນປະສົມຂອງໂລຫະສູງ ອາຍຸກ່ໍ່ຈະຍາວກວ່າຜ້າເບຣກເກຣດທີ່ມີສ່ວນປະສົມຂອງໂລຫະຕ່ຳ ຫຼື ຜ້າເບຣກເກຣດໂຮງງານຜະລິດລົດ(OEM)
  5. ຫາກເບຣກແລ້ວມີສຽງຄ້າຍເຫຼັກຂູດ ສຽດສີກັນອາດເກີດຈາກຄິບຜ້າເບຣກຂູດກັບຈານເບຣກ ເປັນສັນຍານເຕືອນວ່າເຮົາຄວນປ່ຽນຖ້າເບຣກໄດ້ແລ້ວ ເຊິ່ງສິ່ງຜິດປົກກະຕິນີ້ອາດຈະບໍ່ໄດ້ເກີດຈາກຜ້າເບຣກສະເໝີໄປ ສະນັ້ນເຮົາຈຶ່ງຄວນໃຫ້ຊ່າາງກວດເຊັກເບິ່ງຄວາມຜິດປົກກະຕິອື່ນໆນຳ
images
ການເຈຍຈານເບຣກ
 

  ຄືການປັບສະພາບຜິວໜ້າຂອງຈານເບຣກ ໃຫ້ຈານເບຣກທີ່ເປັນຮ່ອງຮອຍ ລຽບຫຼືຫາຍໄປ ໂດຍໃຊ້ໃບມີຂອງເຄື່ອງເຈຍປາດທີ່ຜິວໜ້າຂອງຈານເບຣກເພື່ອໃຫ້ມີຄ່າແຮງສຽດທານລະຫວ່າງຈານເບຣກກັບຜ້າເບຣກເພີ່ມຂື້ນ ລົດສຽງດັງ ເຊິ່ງຈະສົ່ງຜົນໃຫ້ລະບົບເບຣກເຮັດວຽກໄດ້ຢ່າງເຕັມປະສິດທິພາບ ຫາກພົບວ່າຈານເບຣກເປັນສະໜິມຫຼືຮອຍກໍ່ສາມາດແກ້ໂດຍການເຈຍຈານເບຣກໄດ້ ແຕ່ຖ້າຫາກຈານເບຣກເປັນສະໜິມຫຼາຍ ກໍ່ຄວນປ່ຽນຈານແທນ

images

21 December 2021

Viewed 1516 time

Engine by shopup.com